ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບໝາຍໜ້າທີ່ ໃຫ້ຜູ້ເຂົ້າຮ່ວມເຝີກຊ້ອມ ສອງກອງທັບ ລາວ-ຈີນ
“ຂະບວນລົດໄຟສັນຕິພາບ-2026


ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ
ເປັນປະທານກອງປະຊຸມ ຄັ້ງວັນທີ  21/08/2026

     ວັນທີ 21 ສິງຫາ 2026 ນີ້, ໄດ້ມີກອງປະຊຸມເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ໃຫ້ແຕ່ລະພາກສ່ວນ ໃນການຫັດແອບ-ເຝິກຊ້ອມຊ່ວຍເຫຼືອ
ມະນຸດສະທຳ ແລະ ບໍລິການດ້ານການແພດຮ່ວມ ສອງກອງທັບ ລາວ-ຈີນ “ຂະບວນລົດໄຟສັນຕິພາບ-2026ໃຫ້ຄະນະຮັບຜິດ ຊອບຊີ້ນໍາລວມ ແລະ ອະ
ນຸກໍາມະການ, ວິຊາການດ້ານຕ່າງໆ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນດີສຸລິວົງສັກ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມວຽກງານຂະບວນລົດໄຟສັນຕິພາບ ລາວ-ຈີນ, ມີຄະນະນໍາກະຊວງປ້ອງກັນປະເທດ, ກົມ
ວິຊາສະເພາະ, ຫ້ອງການ, ອະນຸກໍາມະການ,ວິຊາການ ແລະ ສື່ມວນຊົນກອງທັບ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ອະນຸກຳມະການຕ່າງໆ ເຂົ້າຮ່ວມຫັດແອບເຝິກຊ້ອມ ຊ່ວຍເຫຼືອມະນຸດສະທຳ ແລະ ບໍລິການດ້ານການ
ແພດຮ່ວມ ຂອງສອງກອງທັບ ລາວ-ຈີນ "ຂະບວນລົດໄຟສັນຕິພາບ-2026" ຕາມເນື້ອໃນບົດບັນທຶກຊ່ວຍຈຳກອງປະຊຸມປຶກສາຫາລື ຂອງຄະນະຜູ້ແທນ
ກອງທັບປະຊາຊົນລາວ ກັບ ກອງທັບປົດປ່ອຍປະຊາຊົນຈີນ ເພື່ອຈັດຕັ້ງປະຕິບັດແຜນການລວມໃນການຮ່ວມມືດ້ານການທະຫານ ຂອງສອງກອງທັບລາວ-
ຈີນ ໃຫ້ເປັນຮູບປະທຳ, ລົງເລິກຂະຫຍາຍການຮ່ວມມື ດ້ານສາທາລະນະສຸກ ຂອງສອງກອງທັບລາວ-ຈີນ ໃຫ້ປະກົດຜົນເປັນຈິງ, ທັງເປັນການຍົກລະດັບ
ຄວາມສາມາດ ໃນການຮ່ວມກັນບັນຊາວຽກງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍ ເຫຼືອໄພພິບັດ, ການບໍລິການດ້ານການແພດ ລະຫວ່າງ
ສອງກອງທັບ ເພື່ອສ້າງເປັນແບບແຜນສະເພາະໃຫ້ແກ່ການແລກປ່ຽນ ຮ່ວມມືດ້ານການແພດ ການທະຫານ ລະຫວ່າງ ສອງຝ່າຍ, ສືບຕໍ່ເສີມຂະຫຍາຍໄມ
ຕີຈິດມິດຕະ ພາບອັນເປັນມູນເຊື້ອ ຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ຊຸກຍູ້ການພົວພັນມິດຕະພາບ ຂອງສອງປະເທດ, ສອງກອງທັບ ໃຫ້ປະກົດ
ຜົນເປັນຈິງ ແລະກ້າວເຂົ້າສູ່ລວງເລິກ ຮັບປະກັນບັນດາໜ້າວຽກໃຫ້ຖືກຕ້ອງຕາມຫຼັກການ, ຂັ້ນຕອນ, ການກຳນົດເວລາ ແລະ ມີປະສິດທິຜົນ, ມີບັນຍາ
ກາດອັນຟົດຟື້ນມ່ວນຊື່ນ ແລະ ຜົນສໍາເລັດອັນຈົບງາມ, ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ມີຄວາມຊຳນານ ໃນການກຽມພ້ອມກອບກູ້ໄພພິບັດທຸກ
ເງື່ອນໄຂ ຕະຫຼອດໄລຍະການກະກຽມ ແລະ ເຝິກຊ້ອມຕ້ອງຮັບປະກັນໃຫ້ມີຄວາມປອດໄພ 100%. ໂອກາດນີ້,ຍັງໄດ້ຮັບຟັງການໂອ້ລົມເພື່ອເປັນທິດຊີ້ນຳ
ຈາກສະຫາຍປະທານ ຕື່ມອີກ.

ແຫຼ່ງຂ່າວໂດຍ ຄຳປະສົງ ລາດຊະວົງ
ວັນທີ 24/08/2026