
ເຜີຍແຜ່ແຜນການເຄື່ອນໄຫວ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ
ຄະນະຮັບຜິດຊອບ ການຄຸ້ມຄອງເຄມີກອງທັບ

ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
ວັນທີ 21 ພຶດສະພາ 2026 ນີ້, ຢູ່ສະໂມສອນກົມໃຫຍ່ເສນາທິການກອງທັບ ກົມເຄມີສາດໄດ້ຈັດກອງປະຊຸມເຜີຍແຜ່ແຜນການ
ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ການຄຸ້ມຄອງເຄມີກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ກົງ
ທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະກົມ, ກອງ, ຫ້ອງການ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບ
ເຂົ້າຮ່ວມ.
ສະຫາຍ ພັນໂທ ພູວົງ ໄຊຍະສອນເພັດ ຮອງຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວ
ສ້າງຮ່າງຂໍ້ກໍານົດວ່າດ້ວຍການຄຸ້ມຄອງເຄມີກອງທັບ ໂດຍໃຫ້ຮູ້ວ່າ: ເພື່ອສ້າງຂໍ້ກໍານົດວ່າດ້ວຍ ການຄຸ້ມຄອງເຄມີຂອງກອງທັບ ໃຫ້ມີເນື້ອ
ໃນຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນປັດຈຸບັນ
ໃຫ້ສອດຄ່ອງກັບບັນດາກົດໝາຍ ໃນຂົງເຂດວຽກງານປ້ອງກັນຊາດ ແລະ ກົດໝາຍອື່ນ. ກົມເຄມີສາດຈິ່ງໄດ້ຈັດຕັ້ງເຜີຍແຜ່ແຜນການ
ເພື່ອເປັນບ່ອນອີງໃນການນໍາພາ, ບັນຊາ, ຄຸ້ມຄອງ ແລະ ການເຄື່ອນໄຫວວຽກງານ ຂອງກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໃຫ້
ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ແລະ ສາມາດຈັດຕັ້ງປະຕິບັດຕົວຈິງ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຮັບ
ປະກັນໃຫ້ໄດ້ຄຸນນະພາບ, ສາມາດຈັດຕັ້ງປະຕິບັດໄດ້ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ ແລະ ເຮັດ
ສໍາເລັດຕາມແຜນການທີ່ວາງໄວ້, ຕ້ອງມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ລະດົມຄວາມຄິດເຫັນຂອງແຕ່ລະພາກສ່ວນ
ສັງລວມໃຫ້ລະອຽດ ແລະ ຊັດເຈນ ເພື່ອເຮັດໃຫ້ຂໍ້ກໍານົດມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ທັນຕາມກຳນົດເວລາ, ພ້ອມນັ້ນ ເອົາໃຈໃສ່ຄົ້ນ
ຄວ້າລົງເລິກໃນການສ້າງວຽກງານກ່ຽວກັບການຄຸ້ມຄອງເຄມີຂອງກອງທັບ, ລົງເກັບກຳ ແລະ ຄົ້ນຄວ້າວິໄຈຂໍ້ມູນຢູ່ບັນດາກົມກອງກຳລັງທ້ອງ
ຖິ່ນ ໃນຂອບເຂດທົ່ວປະເທດໃຫ້ໄດ້ຕາມກໍານົດເວລາ.
ໂອກາດນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ສ້າງຂໍ້ກໍານົດວ່າດ້ວຍການຄຸ້ມ
ຄອງເຄມີກອງທັບ, ໃນນີ້ ໄດ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາລວມ ມີ 4 ສະຫາຍຄື: ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ເປັນຫົວໜ້າ, ສະຫາຍ ພົນຕີ ສິພອນໄຊ ຄຳທອງເຫວີນ ເປັນຮອງຫົວໜ້າ, ສະຫາຍ ພັນເອກ ຄຳສະຫວັດ ໄຊຍະລາດ ຫົວ
ໜ້າກົມເຄມີສາດ ເປັນຄະນະ, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ເປັນຄະ
ນະ. ນອກນັ້ນ ຍັງໄດ້ແຕ່ງຕັ້ງ ຄະນະອະນຸກໍາມະການດ້ານເນື້ອໃນ ແລະ ກອງເລຂາ ອີກຈໍານວນໜຶ່ງ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ
ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນໃສ່ແຜນການເຄື່ອນໄຫວຢ່າງກົງໄປກົງມາ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 25/05/2026