ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ສະຫຼຸບການກໍ່ສ້າງໜ່ວຍພັກ
ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025


ພົນຕີ ແສງມະນີວອນ ຄໍາມະນີ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
​ເປັນ​ປະທານ

     ວັນທີ 24 ສິງຫາ 2026 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງ
ທິດທາງແຜນການ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ອໍາພອນ ສຸກວິໄຊ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການ
ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026. ໃນໄລຍະຜ່ານມາ, ຄະນະພັກກົມໃຫຍ່ການເມືອງ
ກອງທັບ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນບັນຫາສໍາຄັນນໍາພາ-ຊີ້ນໍາຄະນະພັກຮາກ ຖານ, ຄະນະໜ່ວຍພັກ ຕະຫຼອດຮອດພະ
ນັກງານ-ສະມາຊິກພັກ ທົ່ວອົງການກົມໃຫຍ່ການເມືອງກອງທັບ ມີຄວາມສະຫງົບປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຖືເອົາຄຸນນະພາບເປັນກົກ, ເອົາປະລິ
ມານເປັນສໍາຄັນ. ນອກນັ້ນ, ຍັງໄດ້ປັບປຸງແບບແຜນການນໍາພາ ຂອງຄະນະພັກຮາກຖານ, ຄະນະໜ່ວຍພັກ ໃຫ້ມີຄວາມເປັນເອກະພາບ ແລະ ປະຕິບັດຕາມ
ລະບຽບ ຫຼັກການນໍາພາຂອງພັກ ຢ່າງຖືກຕ້ອງ, ເອົາໃຈໃສ່ເພີ່ມທະວີຍົກສູງວຽກງານກວດກາພັກ ແລະ ປ້ອງກັນພັກ ສະຫຼຸບຕີລາຄາລາຍງານ ສ່ອງແສງຢ່າງ
ເປັນ ປົກ ກະຕິ, ປັບປຸງໂຄງປະກອບດ້ານການຈັດຕັ້ງຂັ້ນກົມ, ຫ້ອງການ ແລະ ກອງ ໂດຍຍຶດໝັ້ນ 5 ຫຼັກການ 3 ທິດນໍາຂອງພັກ ມີຄວາມໜັກແໜ້ນເຂັ້ມ
ແຂງ, ມີຄວາມໂປ່ງໃສ ແລະ ມີຄຸນນະພາບ, ຮັບປະກັນໄດ້ໃນການສ້າງພະນັກງານ 3 ຮຸ່ນ ສືບທອດປ່ຽນແທນ, ຮັກສາໄດ້ລະບອບດໍາເນີນຊີວິດການເມືອງ
ພາຍໃນພັກ ແລະ ເສຍເງິນສະຕິພັກຢ່າງເປັນປົກກະຕິ, ຈັດຕັ້ງເປີດຮຽນສະໜັບສະໜູນ ແລະ ກົດລະບຽບ ພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນຜູ້ກ້າວ
ໜ້າ ເພື່ອກະກຽມຂະຫຍາຍເຂົ້າເປັນສະມາຊິກພັກ ຖືກຕາມຂັ້ນຕອນລະບຽບການ ຂອງພັກຢ່າງເຂັ້ມງວດ. ປັດຈຸບັນ, ທົ່ວອົງຄະນະພັກກົມໃຫຍ່ການເມືອງ
ກອງທັບ ມີ 11 ຄະນະພັກຮາກຖານ, ມີ 63 ໜ່ວຍພັກ, ມີ 19 ໜ່ວຍ ພັກເອກະລາດ ແລະ ມີ 44 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ, ມີຄະນະໜ່ວຍ
ພັກ 239 ສະຫາຍ, ຍິງ 22 ສະຫາຍ, ມີສະມາຊິກພັກທັງໝົດ 1.940 ສະຫາຍ, ຍິງ 631 ສະຫາຍ, ສະມາຊິກພັກສຳຮອງ 117 ສະຫາຍ, ຍິງ 30 ສະຫາຍ,
ສະເໜີຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ທັງໝົດ 25 ໜ່ວຍພັກ ໃນນີ້, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ມີ 15
ໜ່ວຍພັກ,ໜ່ວຍພັກເອກະລາດ ມີ 10 ໜ່ວຍພັກ.

     ຈາກນັ້ນ, ບັນດາຜູ້ຕາງໜ້າຫ້ອງການ, ກອງ ໄດ້ຜັດປ່ຽນກັນປະກອບຄໍາເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ ແລະ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນສ້າງຂະບວນ
ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026. ພ້ອມນັ້ນ, ສະຫາຍ ພົນຈັດຕະວາ ອໍາພອນ ສຸກວິໄຊ ໄດ້ຜ່ານມະຕິຕົກລົງ ຂອງຄະນະ
ພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ບັນດາກົມກອງທີ່ຂຶ້ນກັບ ຄະນະພັກກົມໃຫຍ່ການເມືອງກອງ
ທັບ ປະຈໍາປີ 2025 ຈໍານວນ 25 ໜ່ວຍພັກ ແລະ ມອບໃບຢັ້ງຢືນໃຫ້ໜ່ວຍພັກທີ່ໄດ້ຮັບຮອງ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແຕ່ລະສະໄໝ
ຢ່າງສົມກຽດ. ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 25/08/2026