ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະກຽມຄວາມພ້ອມ ໃນການເຂົ້າຮ່ວມເຝິກຊ້ອມພາກສະໜາມຫຼາຍຝ່າຍ
 ຂອງໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ຢູ່ ສ ຣັດເຊຍ


ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ 25/08/2026

     ວັນທີ 25 ສິງຫາ 2026 ນີ້, ຢູ່ທີສະໂມສອນ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ມີກອງປະຊຸມ ກະກຽມຄວາມພ້ອມໃນການເຂົ້າຮ່ວມການເຝິກ
ຊ້ອມຮ່ວມພາກສະໜາມຂອງຫຼາຍຝ່າຍ ຂອງໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ໃນຂອບກອງປະຊຸມ ລັດຖະມົນຕີປ້ອງກັນປະ
ເທດອາຊຽນ-ບວກ ໂດຍການເປັນປະທານຮ່ວມ ຂອງກອງທັບປະຊາຊົນລາວ ແລະ ກອງທັບ ຣັດເຊຍ ໃນລະຫວ່າງວັນທີ 3-14 ກັນຍາ 2026 ທີ່ ເມືອງນິດ
ສະນີ ໂນບໂກຣອດ ສ ຣັດເຊຍ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະ
ກຳມະຄຸ້ມຄ້ອງໄພພິບັດສູນກາງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ ແລະ ປະທານ ຄະນະກຳມະການແກ້ໄຂບັນຫາລະເບີດ
ບໍ່ທັນແຕກເພື່ອມະນຸດສະທຳ ກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາ
ການເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ປະທານຮ່ວມ ໜ່ວຍງານເກັບກູ້ລະເບີດເພື່ອມະນຸດສະທຳ, ມີບັນດາຄະນະຮັບຜິດຊອບ,
ພະນັກງານວິຊາການ ແລະ ນັກເຝິກຊ້ອມເຂົ້າຮ່ວມ.

     ສະຫາຍ ພັນເອກ ເຟືອງໄຊ ນີລາກົງ ໄດ້ລາຍງານການເຄື່ອນໄຫວ ເຝິກຊ້ອມໃນການກະກຽມເຂົ້າຮ່ວມຢູ່ພາກສະໜາມຕົວຈິງ ໂດຍສະເພາະ ແມ່ນດ້ານ
ເນື້ອໃນ, ກຳລັງພົນທີ່ຈະເຂົ້າຮ່ວມ, ການແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍ, ລາຍງານສະຖານທີ່ພັກ, ສະຖານທີ່ເຝິກຊ້ອມ, ອຸປະກອນທີ່ຈະ
ໃຊ້ໃນການເຝິກຊ້ອມ, ການເຝິກຊ້ອມຕົວຈິງ ແລະ ວຽກງານອື່ນໆ ເພື່ອຮັບປະກັນໃຫ້ແກ່ການເປັນປະທານຮ່ວມ ມີປະສິດທິຜົນສູງ ແລະ ນໍາເອົາຄວາມຮູ້,
ບົດຮຽນທີ່ຖອດຖອນໄດ້ ໃນການເຝິກຊ້ອມຢູ່ສະໜາມຕົວຈິງມາຮັບໃຊ້ຢູ່ໃນກົມກອງ. ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ສະແດງຄວາມຊົມ
ເຊີຍຕໍ່ຄະນະຮັບຜິດຊອບແຕ່ລະສະຫາຍ ທີ່ເອົາໃຈໃສ່ໃນການກະກຽມບັນດາໜ້າວຽກຕ່າງໆ ເພື່ອເຂົ້າຮ່ວມເປັນປະທານຮ່ວມ ກັບ ກອງທັບ ສ ຣັດເຊຍ
ພ້ອມທັງເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ໂດຍສະເພາະ ຕ້ອງເອົາໃຈໃສ່ຕື່ມບັນດາເນື້ອໃນ, ໃຫ້ສືບຕໍ່ເຝິກຊ້ອມ ເພື່ອຮັບປະກັນບໍ່ໃຫ້ເກີດຄວາມຜິດພາດ, ເອົາ
ໃຈໃສ່ຕື່ມ ກ່ຽວກັບຂອດປະສານງານ, ບັນດາເອກະສານ, ກວດກາຄືນບັນດາອຸປະກອນທີ່ຈໍາເປັນບໍ່ໃຫ້ຂາດ​ແຄນ, ແພດປະຈຳ ຕ້ອງມີຄວາມພ້ອມ ເປັນຕົ້ນ
ແມ່ນ ຢາ ແລະ ອຸປະກອນການແພດອື່ນໆ, ການປະຕິບັດລະບຽບຕ້ອງໃຫ້ເຂັ້ມງວດ, ກວດກາຄືນ ກ່ຽວກັບແຜນການ, ການເຝິກຊ້ອມ ລຳດັບບາດກ້າວ ຂອງ
ບັນດາໜ້າວຽກ, ກຳນົດລະອຽດ ສະຫາຍໃດຈະຮັບຜິດຊອບວຽກງານໃດ ເພື່ອຮັບປະກັນໃຫ້ບັນດາໜ້າວຽກມີຜົນສໍາເລັດດ້ວຍປະສິດທິຜົນສູງ.

ແຫຼ່ງຂ່າວໂດຍ ແສງເດືອນ
ວັນທີ 26/08/2026