ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມ ຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ
ຄັ້ງທີ 4 ສະໄໝທີ VI ປະຈໍາໄຕມາດ I ປີ 2026


ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ​ເປັນ​ປະທານ

    ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຄັ້ງທີ 4 ສະໄໝທີ VI ປະຈໍາໄຕມາດ I ປີ 2026 ໄດ້ຈັດຂຶ້ນໃນວັນ
ທີ 24 ເມສາ 2026, ໂດຍການເປັນປະທານຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ເລຂາ
ຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີບັນດາສະຫາຍກໍາມະການສົມບູນ-ສໍາຮອງສູນກາງພັກ,ບັນດາສະຫາຍຄະ
ນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ໄດ້ຜ່ານບົດສະຫຼຸບການນໍາພາຮອບດ້ານຂອງຄະນະບໍລິຫານງານພັກ
ກະຊວງປ້ອງກັນປະເທດ ປະຈໍາໄຕມາດ 1 ແລະ ທິດທາງແຜນການນໍາພາ ປະຈໍາໄຕມາດ 2 ເຊິ່ງໄລຍະຜ່ານມາ ໄດ້ມີສິ່ງທ້າທາຍຫຼາຍດ້ານ
ທີ່ສົ່ງຜົນກະທົບ ແຕ່ເຖິງຢ່າງໃດກໍຕາມບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາເຮັດໃຫ້
ມີຜົນສໍາເລັດທີ່ສໍາຄັນ ແລະ ພົ້ນເດັ່ນເປັນຕົ້ນແມ່ນ ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ໄດ້ເອົາໃຈໃສ່ຊີ້ນໍາວຽກງານກໍ່
ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຢູ່ບັນດາຈຸດສຸມຂອງ ລັດຖະບານ ແລະ ກະຊວງ ຕາມ 4 ເນື້ອໃນ 4 ຄາດໝາຍ;
ຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນ ຕິດຕາມກຳແໜ້ນການ ເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ຈັດຕັ້ງກໍາລັງ ອອກເຄື່ອນໄຫວ, ຊອກຄົ້ນ, ໜີບຮັດ
ພວກກຸ່ມຄົນບໍ່ດີ ເຮັດໃຫ້ສະພາບມີຄວາມສະຫງົບ, ຊີ້ນໍາກໍາລັງທະຫານຊາຍແດນທົ່ວປະເທດ ສາມາດສະກັ້ນກັນ ແລະ ແກ້ໄຂປະກົດ
ການຫຍໍ້ທໍ້ ຕາມບໍລິເວນຊາຍແດນ ເປັນຕົ້ນການຄ້າຂາຍເຖື່ອນ, ລັກລອບຂ້າມຊາຍແດນແບບບໍ່ຖືກຕ້ອງ, ລັກລອບຂຸດຄົ້ນ ຊັບພະຍາກອນ
ແລະ ການບິນໂດຣນລ່ວງລໍ້າຊາຍແດນ; ຈັດຕັ້ງກໍາລັງກອບກູ້ໄພພິບັດ ແລະ ອື່ນໆ ເປັນຕົ້ນຊ່ວຍກອບກູ້, ສ້ອມແປງເຮືອນຊານໃຫ້ຄອບຄົວ
ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງພັກ - ພະນັກງານ, ເສີມຂະຫຍາຍບົດບາດການນໍາພາ
ຂອງພັກ ປະຕິບັດຕາມ 5 ຫຼັກການ 3 ທິດນໍາ ຂອງພັກວາງອອກ ໂດຍຕິດພັນກັບການປັບປຸງພັກໃນ 4 ດ້ານໄປພ້ອມໆກັນ, ປະກາດເລື່ອນ
ຊັ້ນໃຫ້ນາຍທະຫານຂັ້ນສູງ, ເລື່ອນທຽບຊັ້ນປະດັບຊັ້ນ, ຍົກຂັ້ນເງິນເດືອນໃຫ້ນາຍ ແລະ ພົນທະຫານ, ອອກບັດໃຫ້ສະມາຊິກພັກ ແລະ
ຍ້ອງຍໍໃຫ້ນາຍ-ພົນທະຫານທີ່ມີຜົນງານດີເດັ່ນ, ປະກາດຊັບຊ້ອນ, ຍົກຍ້າຍ,ບົ່ງຕົວແຕ່ງຕັ້ງເລຂາ,ຮອງເລຂາ ແລະ ຄະນະພັກໃຫ້ທົ່ວກຳລັງ
ຫຼວງ, ຈັດຕັ້ງການອົບຮົມຫັດແອບໃຫ້ບັນດາກົມກອງທົ່ວກະຊວງປ້ອງກັນປະເທດ, ສ້າງກອງຮ້ອຍປ້ອງກັນຕົວໃຫ້ລັດວິສາຫະກິດໄຟຟ້າໃນ
ເຂດພາກໃຕ້, ສ້າງເງື່ອນໄຂໃຫ້ກົມກອງທົ່ວກະຊວງສ້າງລາຍຮັບເຂົ້າກົມກອງ ເຊິ່ງມີຫຼາຍກົມກອງໄດ້ສູ້ຊົນໃຫ້ມີພື້ນຖານການ ຜະລິດ-ທຸລະ
ກິດເພື່ອສ້າງແຫຼ່ງລາຍຮັບໃຫ້ກົມກອງເຊັ່ນ: ມີໂຮງງານຜະລິດດິນບ໋ອກ, ໂຮງງານນໍ້າດື່ມ, ມີໂຮງສີເຂົ້າ, ມີບ້ານພັກໂຮງແຮມ, ມີອູ້ສ້ອມແປງ,
ມີກິດຈະການໃຫ້ເຊົ່າ ແລະ ອື່ນໆ, ນອກນັ້ນ ກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ປັບປຸງສ້ອມແປງຄ້າຍຄູໃຫ້ແໜ້ນໜາຖາວອນ ປັບປຸງປົວ
ແປງພະຫະນະອາວຸດ ອຸປະກອນຮັບໃຊ້ໃນທົ່ວກະຊວງ ເພື່ອຮັບປະກັນໃນການຮັບໃຊ້ໃນໜ້າທີ່ວຽກງານຂອງກອງທັບ, ພ້ອມນີ້, ຄະນະພັກ
ກະຊວງປ້ອງກັນປະເທດຍັງໄດ້ເອົາໃຈໃສ່ສ້າງສາຍພົວພັນຮ່ວມມືກັບບັນດາປະເທດເພື່ອນມິດເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມ, ການປະດັບ
ຫຼຽນກາ, ງານກິດກະກໍາຕ່າງໆ ຢູ່ບັນດາປະເທດຄູ່ຮ່ວມມືຍຸດທະສາດ ເພື່ອຍາດແຍ່ງການຊ່ວຍເຫຼືອ ເປັນຕົ້ນ , ສສ ຫວຽດນາມ, ສປ ຈີນ,
ສ ຣັດເຊຍ ແລະ ປະເທດອື່ນໆ ເຮັດໃຫ້ກອງທັບ ນັບມື້ມີຄວາມກ້າວໜ້າ ແລະ ທັນສະໄໝ. ຈາກນັ້ນ, ບັນດາບັນດາສະຫາຍຄະນະບໍລິຫານ
ງານພັກກະຊວງປ້ອງກັນປະເທດ ກໍໄດ້ຜັດປ່ຽນກັນປະກອບຄໍາເຫັນຕໍ່ບົດສະຫຼຸບຢ່າງກົງໄປກົງມາເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ນໍາເອົາໄປ
ຄົ້ນຄວ້າປັບປຸງ ໃຫ້ຄົບຖ້ວນ ແລະ ຈັດຕັ້ງໃຫ້ສອດຄ່ອງໃນຕໍ່ໜ້າໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ໂອກາດນີ້, ປະທານ ໄດ້ ສະຫຼຸບ
ຄືນຜົນການຈັດຕັ້ງກອງປະຊຸມ ເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ແລະ ​ເປັນ​ທາງ​ການ
ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຜ່ານມາພ້ອມເນັ້ນໜັກ ມາຍັງຄະນະບໍລິຫານງານພັກກະຊວງ ໃຫ້ເອົາໃຈໃສ່ ແລະ ສືບຕໍ່ວຽກງານໃນຕໍ່ໜ້າເປັນ
ຕົ້ນແມ່ນ: ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບເກັບກໍາສະພາບການທັງພາຍໃນຂອບເຂດຮັບຜິດຊອບ ແລະ ຂົງເຂດອ້ອມຂ້າງ, ຍົກສູງຄວາມ
ເປັນເຈົ້າການໃນການຈັດຕັ້ງປະຕິບັດຂໍ້ກໍານົດກົດລະບຽບຂອງກົມກອງ, ເຮັດໜ້າທີ່ວຽກງານກົມກອງ, ເສີມຂະຫຍາຍນໍ້າໃຈເພິ່ງຕົນເອງ, ກຸ້ມ
ຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ, ຈັດຕັ້ງປະຕິບັດບັນດານະໂຍບາຍຕ່າງໆ ໃຫ້ຖືກຕ້ອງ ແລະ ສອດຄ່ອງ,
ກະກຽມຄວາມພ້ອມໃນການຊ້ອມຮົບ, ກອບກູ້ໄພພິບັດ ແລະ ເຂົ້າຮ່ວມຂະບວນການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ເກັບກໍາສະພາບ
ການ, ປະກົດການຫຍໍ້ທໍ້ໃນຂົງເຂດຮັບຜິດຊອບ ຄົ້ນຄວ້າແບບວິທີການການເຮັດວຽກໃຫ້ຖືກຕ້ອງ, ສອດຄ່ອງ ສ້າງໃຫ້ກົມກອງກາຍເປັນກົມ
ກອງກ້າວໜ້າທັນສະໄໝ, ກໍາໄດ້ແຜນການຍຸດໂທບາຍຂອງກຸ່ມຄົນບໍ່ຫວັງດີ ຫວັງມ້າງເພຖັນແຖວກອງທັບ. ຄວາມສາມັກຄີພາຍໃນ ເພື່ອແກ້
ໄຂໃຫ້ທັນເວລາ ຍົກສູງສະຕິຮູ້ທັນກົນອຸບາຍຂອງບັນດາອິດທິກຳລັງປໍລະປັກ, ກໍາແໜ້ນກໍາລັງໜໍ່ແໜງທີ່ບໍ່ຫວັງດີຍັງເຄື່ອນໄຫວກໍ່ຄວາມບໍ່ສະ
ຫງົບໃນທົ່ວຂອບເຂດປະເທດ ຈັດຕັ້ງລະບົບປະຈໍາການສູ້ຮົບ ຕາມລະບຽບການຂອງກອງທັບ ສືບຕໍ່ພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ,
ກົມກອງເພື່ອນ ທັງພາຍໃນ ແລະ ພາຍນອກ ເພື່ອແນໃສ່ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້
ພ້ອມທັງເປັນກໍາລັງຫຼັກແຫຼ່ງໃຫ້ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນໄລຍະໃໝ່.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 27/04/2026