
ປະກາດການແຕ່ງຕັ້ງຮອງຫົວໜ້າກອງພົນທີ 5

ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 25/05/2026
ວັນທີ 25 ພຶດສະພາ 2026 ນີ້, ຢູ່ທີ່ສະໂມສອນກອງພົນທີ 5 ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າກອງພົນ ຮັບຜິດຊອບ
ວຽກງານພະລາທິການກອງພົນທີ 5 ໂດຍການເປັນປະທານຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກຳມະການຄະນະປະຈໍາພັກກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງ
ກັນປະເທດ, ຫົວໜ້າການເມືອງກອງພົນ ພ້ອມດ້ວຍຄະນະ, ມີຄະນະນໍາກອງບັນຊາການທະຫານແຂວງຈໍາປາສັກ, ກອງບັນຊາການປ້ອງ
ກັນຄວາມສະຫງົບແຂວງຈຳປາສັກ, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ໂຮງໝໍບໍລິເວນ 106 ກອງທັບ, ກອງພັນໃຫຍ່ 645,
ກອງພັນໃຫຍ່ 611, ສານທະຫານ ແລະ ໄອຍະການທະຫານພາກໃຕ້, ບໍລິສັດລັດກໍ່ສ້າງຂົວທາງຄົບວົງຈອນ, ໂຮງງານປະສານເຫຼົ່າພາກ
ໃຕ້ ແລະ ກົມກອງທີ່ຂື້ນກັບກອງພົນທີ 5 ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸດສະດີ ສຸລິນຍະເດດ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະ
ຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍ ສະຫາຍ ພັນເອກ ອຸດອນ ພົມມະໄຊ ຮອງຫົວໜ້າກອງພົນ ຮັບຜິດຊອບວຽກງານພະລາ
ທິການ ຫົວໜ້າຫ້ອງພະລາທິການ ກອງພົນທີ 5 ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ແລະ ແຕ່ງຕັ້ງສະ
ຫາຍ ພັນເອກ ລຳເງີນ ໄຊຍະວົງສາ ເປັນຮອງຫົວໜ້າກອງພົນ ຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການ
ກອງພົນທີ 5.
ແຫຼ່ງຂ່າວໂດຍ ໄຊຍະຄານ
ວັນທີ 27/05/2026