ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດຍົກລະດັບພະແນກຊາຍແດນ ເປັນຫ້ອງທະຫານຊາຍແດນ
ຂຶ້ນກັບທະຫານແຂວງສະຫັວນນະເຂດ


ສະຫາຍ ພົນໂທ ສາຍໃຈ ກົມມະສິດ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ເສນາທິການກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 25/05/202
6

    ພິທີປະກາດຍົກລະດັບພະແນກຊາຍແດນ ເປັນຫ້ອງທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງສະຫັວນນະເຂດ. ໄດ້
ຈັດຂຶ້ນ ໃນວັນທີ 25 ພຶດສະພາ 2026 ນີ້, ທີ່ສະໂມສອນກອງບັນຊາການທະຫານແຂວງ, ໂດຍການເປັນປະທານຂອງສະຫາຍ ພົນໂທ
ສາຍໃຈ ກົມມະສິດ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະ
ຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການ ປກຊ-ປກສ ເເຂວງ,
ມີຄະນະການນຳກອງບັນຊາການທະຫານຊາຍເເດນ, ບັນດາກົມທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາກຳລັງຫຼວງ, ອົງການ 5
ຫ້ອງ, ບັນດາພະແນກການຂອງແຂວງ, ກົມກອງອ້ອມຂ້າງ ແລະ 8 ກອງຮ້ອຍທະຫານຊາຍແດນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານເເຂວງສະຫວັນ
ນະເຂດ, ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໜ້າທີ່ໃນການນຳພາ-ຊີ້ນຳ,ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້
ນຳແຕ່ລະກົມກອງຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມແບບມູນເຊື້ອຂອງກອງທັບ, ນຳເອົາແນວທາງນະໂຍບາຍ, ລະ
ບຽບກົດໝາຍຂອງພັກ-ລັດ, ຈັດຕັ້ງເຊື່ອມຊຶມໃຫ້ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າລຽບຕາມຊາຍແດນໃຫ້ມີຄວາມຮັບຮູ້ເຂົ້າ
ໃຈ ເປັນເຈົ້າການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍ, ໄດ້ຈັດຕັ້ງກຳລັງອອກກວດກາລາດຕະເວນເປັນປະຈຳ ເພື່ອຕິດຕາມສະ
ພາບຂອບເຂດຮັບຜິດຊອບ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆລຽບຕາມຊາຍແດນໃຫ້ມີຄວາມເປັນລະ
ບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ, ຈາກນັ້ນ ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮັກສາການ ຫົວໜ້າກົມພະນັກງານ
ກົມໃຫຍ່ການເມືອງກອງທັບ,ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫ່ຍການເມືອງກອງທັບ ວ່າ
ດ້ວຍການຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ
ແລະ ຜ່ານມະຕິຕົກລົງ ຂອງເລຂາຄະນະພັກກອງບັນຊາການທະຫານແຂວງ, ໃນນັ້ນ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບຸນໃສ ແກ້ວພີ
ຈິດ ກຳມະການຄະນະພັກກອງບັນຊາການ, ເລຂາຄະນະພັກຮາກຖານ ເປັນຫົວໜ້າຫ້ອງທະຫານຊາຍເເດນ, ສະຫາຍ ພັນໂທ ລໍາພອນ
ພຸດທະວົງ ເປັນຮອງເລຂາຄະນະພັກຮາກຖານ ເປັນຮອງຫົວໜ້າຫ້ອງທະຫານຊາຍເເດນ ເເລະ ສະຫາຍ ພັນຕີ ອຸດົມໄຊ ລາດສະຍົນ ເປັນ
ປະທານກວດກາຄະນະພັກຮາກຖານ ເປັນຮອງຫົວໜ້າຫ້ອງທະຫານຊາຍເເດນ ແລະ ສະຫາຍ ພັນຕີ ຂັນທະວີພອນ ພົມຫຼວງສີ ກຳມະ
ການຄະນະພັກຮາກຖານ ເປັນຮອງຫົວໜ້າຫ້ອງທະຫານຊາຍແດນ; ແຕ່ງຕັ້ງສະຫາຍ ພັນຕີ ຂາວ ພອນສະຫັວນ ເປັນຫົວໜ້າພະແນກ
ເສນາປ້ອງກັນຊາຍແດນ, ສະຫາຍ ບຸນຮຽງ ຂັນຕະມາລາ ເປັນຮອງຫົວໜ້າພະແນກເສນາປ້ອງກັນຊາຍແດນ, ສະຫາຍ ພັນໂທ ທອງໄຫຼ
ສຸລິຍະສິງ ເປັນຫົວໜ້າພະແນກສືບຂ່າວຊາຍແດນ, ສະຫາຍ ພັນຕີ ຄຳປະເສີດ ວັນດາວົງ ເປັນຮອງຫົວໜ້າພະແນກສືບຂ່າວຊາຍແດນ,
ສະຫາຍ ພັນໂທ ສຸກສະຫັວນ ແສງວິຈິດ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ແລະ ສະຫາຍ ພັນຕີ ພຸດທະວອນ ພົງພິຈິດ ເປັນຮອງ
ຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງທະຫານຊາຍແດນ.

     ໂອກາດນີ້ ສະຫາຍປະທານ ກໍ່ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສໍາຄັນ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ທຸກຂັ້ນຈົ່ງເອົາ
ໃຈໃສ່ຕໍ່ວຽກງານປ້ອງກັນຊາຍແດນຢ່າງເຂັ້ມງວດ,ຈົ່ງມີສະຕິລະວັງຕົວຕໍ່ກົນອຸບາຍເລ່ຫຼ່ຽມຂອງພວກກຸ່ມຄົນບໍ່ດີ ທີ່ຈະກໍ່ຄວາມບໍ່ສະຫງົບ
ພາຍໃນກົມກອງຂອງຕົນໃຫ້ມີຄວາມປອດໄພ. ພ້ອມກັນເປັນເຈົ້າການຕອບຕ້ານທຸກປະກົດການຫຍໍ້ທໍ້ໃນຂອບເຂດຕົນຮັບຜິດຊອບໃຫ້ດີ
ຂຶ້ນກ່ວາເກົ່າ.

ແຫຼ່ງຂ່າວໂດຍ ຄໍາໃສ
ວັນທີ 28/05/2026