
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບ ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ

ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ໄດ້ຕ້ອນຮັບ ທ່ານ ພົນເອກ ນາງ ດ່ຳ ດາຣິນີ,
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ຢູ່ ກປທ ສປປ ລາວ
ຄັ້ງວັນທີ ວັນທີ 27 ຕຸລາ 2026
ວັນທີ 27 ຕຸລາ 2026, ຢູ່ທີ່ ກະຊວງປ້ອງກັນປະເທດ, ທ່ານ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງ
ກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບ ທ່ານ ພົນເອກ ນາງ ດ່ຳ ດາຣິນີ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ຣາຊະອານາຈັກ
ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026 ນີ້.
ໂອກາດນີ້, ທ່ານ ພົນໂທ ວົງສອນ ອິນປານພິມ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່
ສປປ ລາວ ກໍຄືຮ່ວມກັບຄະນະສະຫະພັນແມ່ຍິງກອງທັບ ເຊິ່ງມີຄວາມໝາຍສຳຄັນທີ່ດີໃນການຮ່ວມມືກັນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ
ກໍຄືສອງກອງທັບໃຫ້ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ.
ທ່ານ ພົນເອກ ນາງ ດ່ຳ ດາຣິນີ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ພົນໂທ ວົງສອນ ອິນປານພິມ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງການມາຢ້ຽມຢາມ ແລະ
ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເປັນການເພີ່ມພູນຄູນສ້າງຄວາມສາມັກຄີ ແລະ ການຮ່ວມມືທີ່ດີ ລະຫວ່າງ ກຳປູເຈຍ-ລາວ, ລາວ-ກຳປູເຈຍ ທັງເປັນການຮັດແໜ້ນ
ການພົວພັນຮ່ວມມືໃນທຸກຂົງເຂດວຽກງານ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປ.
ແຫຼ່ງຂ່າວໂດຍ ລຸນທອງ ສີບຸນເຮືອງ
ວັນທີ 28/10/2026