ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂ່ງຂັນກິລາມວນຊົນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກົມໃຫຍ່ພະລາທິການກອງທັບ ຄົບຮອບ 70 ປີ


ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

     ການແຂ່ງກິລາມວນຊົນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກົມໃຫຍ່ພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026)
ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງ
ທັບ, ຄະນະນໍາກົມ, ຫ້ອງການ, ກົມກອງ, ແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.

     ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ກ່າວວ່າ: ໂດຍປະຕິບັດຕາມແຜນການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບພະລາທິການກອງ
ທັບ ຄົບຮອບ 70 ປີ, ຕະຫຼອດໄລຍະ 70 ປີຜ່ານມາ, ນັກຮົບໃນທົ່ວພະລາທິການກອງທັບ ໄດ້ມູນເຊື້ອ, ການເຕີບໃຫ່ຍຂະຫຍາຍຕົວ, ເຂັ້ມ
ແຂງ, ໜັກແໜ້ນ, ທັນສະໄໝ ແລະ ກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ. ການແຂ່ງຂັນກິລາ ໄດ້ດໍາເນີນເປັນເວລາ 1 ວັນ ເຊິ່ງມີຄະນະນັກກິລາເຂົ້າ
ຮ່ວມ 23 ກົມກອງ, ມີ 2 ປະເພດກິລາຄື: ກິລາເປຕັງ ແລະ ກິລາບານເຕະ ສະນັ້ນ, ຈຶ່ງຮຽກຮ້ອງມາ ຍັງຄະນະພັກ-ຄະນະບັນຊາ ແລະ ນັກ
ກິລາທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມທຸກຄວາມສາມາດ, ພ້ອມກັນອົດທົນຜ່ານຜ່າ ແລະ ເຮັດໃຫ້ງານ
ແຂ່ງຂັນກິລາໃນຄັ້ງນີ້ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຜົນສໍາເລັດອັນຈົບງາມ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 30/07/2026