
ກົມໃຫຍ່ເສນາທິການກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

  
    ວັນທີ 25 ກໍລະກົດ 2023 ນີ້,   ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ,   ວັນ
  ຄ້າຍວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 114 ປິ ( 13/07/1909-13/07/2023 )   ແລະ ວັນເຊັນສົນທິສັນຍາມິດຕະພາບ ຮ່ວມ
  ມື ລາວ-ຫວຽດນາມ ຄົບຮອບ 46 ປີ (   18/07/1977-18/07/2023 ), ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ສີດາລໍ່   ຈົ່ງເຕັງເຈ້ຍ
  ຊ້າ ຄະນະພັກກະຊວງປ້ອງກັນປະເທດ   ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການ,   ພະນັກງານ-ນັກ
  ຮົບເຂົ້າຮ່ວມ.
     ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ   ໄດ້ກ່າວປາຖະກະຖາຫວນຄືນມູນເຊື້ອ ວັນເຊັນ
  ສົນທິສັນຍາມິດຕະພາບ ຮ່ວມມື   ລາວ-ຫວຽດນາມ ຄົບຮອບ 46 ປີ, ໂດຍປະຫວັດຄວາມເປັນມາຂອງ 2 ຊາດ   ລາວ-ຫວຽດນາມ ທີ່ມີ
  ມູນເຊື້ອໄປມາຫາສູ່ ແລະ ແລກປ່ຽນວັດທະນະທໍານໍາກັນ   ເຊິ່ງປະຊາຊົນ 2 ຊາດ ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ   ກັນມາເປັນ
  ເວລາດົນນານ   ພິເສດແມ່ນໄລຍະການດໍາເນີນການຕໍ່ສູ້ປະຕິວັດເປັນເວລາເຄິ່ງສັດຕະວັດ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ,
  ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ມີຄວາມຜູກພັນ,   ສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ
  ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນ ໄດ້ເພີ່ມຄວາມແໜ້ນແຟ້ນ ແລະ   ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ, ການພົວພັນຮ່ວມ
  ມືຮອບດ້ານຂອງສອງຊາດ   ລາວ-ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ   ສຸພານຸວົງ ເປັນຜູ້ລິ
  ເລີ່ມ ຈາກນັ້ນມາ ການນໍາແຕ່ລະຮຸ້ນຂອງສອງພັກ, ສອງລັດ ແລະ   ປະຊາຊົນສອງຊາດ ຕ່າງກໍ່ໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍ   ໃຫ້ກາຍເປັນ
  ການພົວພົນສາມັກຄີ ອັນບໍລິສຸດຜຸດຜ່ອງ ທີ່ຫາຍາກ ໃນການພົວພັນສາກົນ ແລະ   ກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ລາວ-ຫວຽດ
  ນາມ, ໂອກາດດັ່ງກ່າວ ສະຫາຍ   ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ   ໄດ້ກ່າວປາຖະກະຖາຫວນຄືນມູນເຊື້ອວັນຄ້າຍວັນເກີດທ່ານປະທານ ສຸພານຸວົງ
  ຄົບຮອບ   114 ປິ, ປະທານ ສຸພານຸວົງ ຜູ້ນໍາທີ່ແສນຮັກຂອງປວງຊົນລາວທັງຊາດ   ເພີ່ນໄດ້ເປັນແບບຢ່າງໃນການຊອກຮູ້ການຮໍ່າຮຽນຫຼ້າຍດ້ານ
  ມີຄວາມດຸໜັ້ນໃນການລົງຝຶກຫັດ-ປະຕິບັດຕົວຈິງ   ຊອກຮູ້ປະສົບການໃນດ້ານຕ່າງໆ, ເພີ່ນມີຄວາມບາກບັ່ນໃນການຄົ້ນຄວ້າຮໍ່າຮຽນ   ທັງມີ
  ຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົວເອງ   ເພີ່ນໄດ້ດໍາລົງຊີວິດແບບງ່າຍ, ບໍ່ຟູມເຟືອຍ,   ທ່ານຍັງມີພອນສະຫວັນໃນການຮຽນພາສາ
  ຊາດຕ່າງໆ, ປະທານ ສຸພານຸວົງ   ແມ່ນປັນຍາຊົນຜູ້ຍິງໃຫຍ່ທີ່ມີນໍ້າໃຈຮັກຊາດອັນດູດດື່ມ,   ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫຼັກ
  ໝັ້ນໜັກແໜ້ນ ແລະ   ມີນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ   ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງຈົນກາຍເປັນນັກປະຕິວັດທີ່ກ້າ
  ແກ່ນ   ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ   ເຊີ່ງທ່ານໄດ້ເປັນແບບຢ່າງໃຫ້ຄົນຮຸ້ນຫຼັງ   ໃນການ
  ຮຽນຮູ້ເອົາທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,   ເຊື່ອໝັ້ນຕໍ່ການນໍາພາຂອງພັກກໍ່ຄືແນວທາງການປຽນແປງໃໝ່ ເອົາໃຈໃສ່ຝຶກຝົນຕົນເອງ
  ໃຫ້ກາຍເປັນພະນັກງານຮຸ້ນສືບທອດທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ. 
ແຫຼ່ງທີ່ມາ: ພຸດທະວອນ
    ວັນທີ 27/07/2023