
ປິດຊຸດອົບຮົມ ວຽກງານສິ່ງແວດລ້ອມການທະຫານ ທົ່ວກອງບັນຊາການ
ທະຫານແຂວງບໍລິຄໍາໄຊ ຄັ້ງທີI

ພິທີ ປິດຊຸດອົບຮົມວຽກງານສິ່ງແວດລ້ອມການທະຫານ ທົ່ວກອງບັນຊາການທະຫານແຂວງບໍລິຄໍາໄຊ
ຄັ້ງທີ I ວັນທີ 28 ສິງຫາ 2026
ວັນທີ 28 ສິງຫາ 2026 ນີ້, ທີ່ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ມີພິທີ ປິດຊຸດອົບຮົມວຽກງານສິ່ງແວດລ້ອມການທະຫານ ທົ່ວກອງບັນຊາ
ການທະຫານແຂວງ
ບໍລິຄໍາໄຊ ຄັ້ງທີ I, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຮອງຫົວໜ້າກົມ ວສ-ປສ ການ
ທະຫານ ກອງທັບ ແລະ ສະຫາຍ ພົນຈັດຕະວາ ຈັນນີ ສີສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະບັນຊາ ກອງ
ບັນຊາການ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນໂທ ລີລອນ ເມກວິຊຽນ ຫົວໜ້າພະເເນກ ວສ-ປສ ການທະຫານ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ກ່ຽວ
ກັບຜົນການດຳເນີນຊຸດອົບຮົມ ໃນໄລຍະ 5 ວັນທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານ, ຄວາມເອົາໃຈໃສ່ ຂອງຄູ-ອາຈານ ແລະ ນັກເຝິກອົບຮົມ ຕະຫຼອດໄລ
ຍະການຮຽນ-ການສອນ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມອົບຮົມຄັ້ງນີ້ ສໍານຶກໄດ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການ
ຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ ໃນຂົງເຂດກົມກອງຕັ້ງທັບ ແລະ ຂອບເຂດຮັບຜິດຊອບ. ຈາກນັ້ນ, ໄດ້ມອບ-ຮັບ ໃບຢັ້ງຢືນ ໃຫ້ນັກເຝິກອົບຮົມ
ແລະ ມອບໃບຍ້ອງຍໍ ຂອງກອງບັນຊາການທະຫານແຂວງບໍລິຄໍາໄຊ ໃຫ້ຄູ-ອາຈານ ເພື່ອເປັນການຍ້ອງຍໍ, ຊົມເຊີຍຜົນງານ ແລະ ຄວາມທຸ່ມເທ ໃນການຖ່າຍ
ທອດຄວາມຮູ້-ບົດຮຽນ ຕະຫຼອດໄລຍະການອົບຮົມ ຕື່ມອີກ.
ແຫຼ່ງຂ່າວໂດຍ ພອນໄຊ ແສງສະຫັວນ
ວັນທີ 01/09/2026