ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ລົງກວດກາຄືນການສ້ອມແປງພາກສະໜາມ


ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ລົງກວດກາຄືນການສ້ອມແປງພາກສະໜາມ ຄັ້ງວັນທີ 26/05/2026

    ຕອນບ່າຍ ວັນທີ 26 ພຶດສະພາ 2026 ນີ້, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງ
ທັບ, ຜູ້ຊີ້ນໍາຮ່ວມການຊ້ອມຮົບຕິພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ 2026 “ ພ້ອມດ້ວຍຄະນະ ໄດ້ລົງກວກກາ
ຄືນການປັບປຸງ-ສ້ອມແປງພາກສະໜາມ ເປັນຕົ້ນແມ່ນອາຄານບ່ອນພັກຂອງຄະນະຮັບຜິດຊອບພາກສະໜາມ ລາວ-ຣັດເຊຍ ແລະ ພາກ
ສ່ວນຮັບໃຊ້ອື່ນໆ ຢູ່ພາກສະໜາມ.

     ໃນການລົງເຄື່ອນໄຫວໃນຄັ້ງນີ້, ສະຫາຍໄດ້ ຮັບຟັງແຜນການປັງປຸງ, ແກ້ໄຂໃນແຕ່ລະຈຸດ ຈາກຜູ້ຮັບຜິດຊອບສ້ອມແປງວຽກງານດັ່ງ
ກ່າວ ເຊິ່ງໃຫ້ຮູ້ວ່າ: ຜ່ານການເຂົ້າກວດກາໃນເບື້ອງຕົ້ນ ແມ່ນໄດ້ປັບປຸງຫຼາຍຈຸດ ເປັນຕົ້ນແມ່ນ ປ່ຽນບານປະຕູທີ່ເປ່ເພ, ເພດານອາຄານພັກ
ຂອງຄະນະຊີ້ນໍາພາກສະໜາມ, ສະໜາມເຝີກຊ້ອມ ແລະ ສະໂມສອນ, ອາຄານທີ່ນໍາໃຊ້ໃນການຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມ
ຮົບຮ່ວມ ລາວ-ຣັດເຊຍ ລາໂຣສ 2026 “ ເຊັ່ນ: ຕິດຕັ້ງດອກໄຟໃຫ້ແສງສະຫວ່າງ, ພັດລົມ ແລະ ລ້າງຊ້ອມແປງແອ ຫ້ອງພັກຂອງຄະນະ
ຊີ້ນໍາພາກສະໜາມ, ຫ້ອງພັກເຊົາຂອງຄະນະຄູເຝິກຊ່ຽວຊານຣັດເຊຍ, ຫ້ອງນໍ້າ ແລະ ເຮືອນອາຫານ. ເຊິ່ງໄດ້ປັບປຸງ-ສ້ອມແປງສໍາເລັດກ່ອນ
ທີ່ແຕ່ລະພາກສ່ວນຈະເຂົ້າມາຍຶດສະໜາມ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ໄດ້ເນັ້ນໃຫ້ພາກສ່ວນຮັບຜິດ
ຊອບ ເອົາໃຈໃສ່ວາງແຜນການເຮັດວຽກ ແລະ ການສ້ອມແປງໃນແຕ່ລະຈຸດ ໃຫ້ລະອຽດ, ເອົາໃຈໃສ່ປັບປຸງ-ສ້ອມແປງ, ເຮັດໃຫ້ສໍາເລັດບາງ
ວຽກທີ່ຍັງຄ້າງຄາ ເປັນຕົ້ນໃຫ້ເອົາໃຈໃສ່ການປຸກສ້າງຫ້ອງນໍ້າ ເຮືອນຄົວລວມ ໃຫ້ສໍາເລັດ ແລະ ນໍາໃຊ້ໄດ້ທັນກັບເວລາ ທີ່ກໍານົດໄວ້.

ແຫຼ່ງຂ່າວໂດຍ ພຸດທະພອນ ລັດດານາວ
ວັນທີ 02/06/2026