
ກົມໃຫຍ່ການເມືອງກອງທັບ ມອບເງິນອຸດໜຸນ ໃຫ້ພະນັກງານພັກການ ຮັບບຳນານ

ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ຄັ້ງວັນທີ 30/10/2026
ວັນທີ 30 ຕຸລາ 2026 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ມອບເງິນອຸດໜຸນໃຫ້ພະນັກງານພັກການ ຮັບບຳນານ, ໂດຍການເປັນປະທານ ຂອງສະຫາຍ
ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກົມ, ນາຍທະຫານພັກການ ຮັບບຳນານ, ຕາງໜ້າຄະນະພັກ-
ຄະນະບັນຊາ ກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ອຳພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບັນຊີລາຍຊື່ ຜູ້ທີ່ຮັບເງິນອຸດໜຸນ ກ່ອນເຂົ້າບຳນານ
ຂອງນາຍທະຫານ ມີເງິນ 15% ເບື້ອງລັດ, 10% ເບື້ອງກອງທັບ. ໃນນີ້, ມີນາຍທະຫານຂັ້ນສູງ 2 ສະຫາຍ ປະກອບມີ: ສະຫາຍ ພົນຈັດຕະວາ ສົງພົງ ແພງປັນ
ຍາ ແລະ ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຈໍານວນເງິນ 122.094.000 ກີບ, ນາຍທະຫານຊັ້ນ ພັນໂທ ລົງມາ 11 ສະຫາຍ ປະກອບມີ: ສະຫາຍ ພັນ
ໂທ ວຽງຄໍາ ຫຸນນະຈໍາປາ, ສະຫາຍ ພັນໂທ ນາງ ວຽງສຸກ ຈັນຍາລາດ, ສະຫາຍ ພັນໂທ ນາງ ອໍາໄພ ບຸນນະພາ, ສະຫາຍ ພັນໂທ ນາງ ນິຊົມ ໄຊຍະລາດ,
ສະຫາຍ ພັນໂທ ນະຄອນເພັດ ຈັນນະຄອນ, ສະຫາຍ ພັນໂທ ນາງ ດົງມະນີໂຂງ ໄຊປັນຍາ, ສະຫາຍ ພັນໂທ ນາງ ວັນນະກອນ ສິດທິລາດ, ສະຫາຍ ພັນໂທ
ລຽນທອງ ພົມມະທັດ, ສະຫາຍ ພັນຕີ ນາງ ສອນທອງ ວໍລະລັດ, ສະຫາຍ ຮ້ອຍເອກ ນາງ ພອນລາວັນ ພົນໄມທອງ ແລະ ສະຫາຍ ຮ້ອຍຕີ ນາງ ນ້ອຍດາວັນ
ຄໍາມະນວນ ລວມຈຳນວນເງິນທັງໝົດ 302.719.000 ກີບ ຕາງໜ້າມອບໂດຍ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມດີ ຂອງບັນດາສະຫາຍ ທີ່ໄດ້
ທຸ້ມເທເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ ການມອບເງິນອຸດໜູນໃນ
ຄັ້ງນີ້, ແມ່ນການປະຕິບັດນະໂຍບາຍ ຂອງພັກ-ລັດ ກໍຄືນະໂຍບາຍ ຂອງກະຊວງປ້ອງກັນປະເທດ ທີ່ມີຕໍ່ນາຍ ແລະ ພົນທະຫານ ທີ່ເຮັດສຳເລັດໜ້າທີ່ຕາມ
ການມອບ ໝາຍຂອງຂັ້ນເທິງ ແລະ ເປັນແບບຢ່າງນຳໜ້າໃນການສ້າງສາພັດທະນາປະເທດຊາດ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງມາຍັງພະນັກງານ ທີ່ໄດ້ຮັບເງິນ
ອຸດໜູນບຳນານ ຈົ່ງເປັນຫຼັກແຫຼ່ງ, ເປັນແບບຢ່າງທີ່ດີໃຫ້ພະນັກງານຮຸ່ນໜຸ່ມ, ສຸມສະຕິປັນຍາ ຄວາມຮູ້ ຄວາມສາມາດ ປະກອບສ່ວນເຂົ້າໃນການກໍ່ສ້າງຮາກ
ຖານ ເຮັດໃຫ້ຮາກຖານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ໜັກແໜ້ນ ເຂັ້ມແຂງ, ບ້ານເມືອງມີຄວາມຈະເລີນຮຸ່ງເຮືອງຂຶ້ນເປັນກ້າວໆ.
ແຫຼ່ງຂ່າວໂດຍ ອະວິໄຊ
ວັນທີ 02/11/2026