
ກົມໃຫຍ່ເສນາທິການກອງທັບ ຈັດພິທີ ປູກຕົ້ນໄມ້ ແລະ ປ່ອຍປາ

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ວັນທີ 29 ພຶດສະພາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ຈັດພິທີ ປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມແຫ່ງ
ຊາດ ຄົບຮອບ 46 ປີ (01/06/1980-01/06/2026) ແລະ ວັນເດັກ ນ້ອຍສາກົນ ຄົບຮອບ 102 ປີ (01/06/1924-01/06/2026), ໂດຍ
ການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ
ກົມໃຫຍ່ເສນາທິການກອງທັບ, ມີຄະນະນຳກົມ, ກອງ, ຫ້ອງການ, ພະນັກງານ-ນັກຮົບ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງແກ້ວ ບົວໄລວັນ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ກ່າວຈຸດປະສົງຂອງການປູກຕົ້ນໄມ້ໃນ
ຄັ້ງນີ້ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ທັງເປັນການປະກອບສ່ວນເຂົ້າໃນຂະບວນ
ການລວມຂອງຊາດ, ຂອງກອງທັບ ເພື່ອສ້າງຈິດສຳນຶກໃຫ້ລູກຫຼານ ເຫັນຄຸນຄ່າຂອງປ່າໄມ້ ແລະ ເປັນການປະກອບສ່ວນໃຫ້ຮັກ ແລະ ຫ່ວງ
ແຫນ, ສ້າງຈິດສໍານຶກໃຫ້ທຸກຄົນ ອະນຸລັກປົກປັກຮັກສາປາໄມ້ໃຫ້ເປັນຮົ່ມເງົາ ເປັນປະໂຫຍດໃຫ້ແກ່ການດຳລົງຊີວິດຂອງຄົນ ແລະ ສັດນາໆພັນ.
ສໍາລັບເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້: ແມ່ນການປະກອບສ່ວນຂອງບັນດາກົມ-ຫ້ອງການ ຂອງກົມໃຫຍ່ເສນາທິການ ມີເບ້ຍໄມ້ອຸດສາຫະກຳ
(ໄມ້ດູ່) ຈຳນວນ 15ເບ້ຍ/ກົມ, ໄມ້ໃຫ້ໝາກ 5 ເບ້ຍ/ກົມ, ກົມໃຫຍ່ເສນາທິການຊື້ເບ້ຍໄມ້ອຸດສາຫະກຳ (ໄມ້ດູ່) ຈໍານວນ 100 ເບ້ຍ, ຕົ້ນໄມ້
ໃຫ້ໝາກ 20 ເບ້ຍ ແລະ ປານ້ອຍ ຈໍານວນ 10,000 ກ່ວາໂຕ.
ແຫຼ່ງຂ່າວໂດຍ ນາງ ສຸພາພອນ ລາດສີເມືອງ
ວັນທີ 03/06/2026