
ກົມໃຫຍ່ເຕັກນິກກອງທັບ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ
ວັນທີ 31 ກໍລະກົດ 2026 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ
6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະ
ເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍຄະນະກົມ, ກອງ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງ ຢູ່ໃນອົງການ-ກົມ
ກອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈັນສະໜອນ ລັດສະໄໝ ຫົວໜ້າກົມເສນາ-ເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບການປະຕິ
ບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ໂດດເດັ່ນໃນຫຼາຍ
ດ້ານ ເປັນຕົ້ນແມ່ນວຽກງານຮັບປະກັນຄວາມສະຫງົບ, ວຽກງານການເມືອງ-ນຳພາແນວຄິດ, ວຽກງານປັບປຸງກໍ່ສ້າງກຳລັງ, ວຽກງານອົງ
ການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ແລະ ກຳມະບານ, ວຽກງານກວດກາ, ປ້ອງກັນ ແລະ ນະໂຍບາຍ-ປະກັນສັງຄົມ, ວຽກງານວິຊາສະ
ເພາະ-ເຕັກນິກ ແລະ ວຽກງານປິ່ນອ້ອມອື່ນໆ. ສຳລັບທິດທາງແຜນການໃນຕໍ່ໜ້າ ຕ້ອງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຕ່າງໆ ຂອງຂັ້ນ
ເທິງ, ດຳເນີນຊີວິດການເມືອງໂດຍການຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ເພີ່ມທະວີການນຳພາແບບລວມ
ສູນປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ພະນັກງານ-ນັກຮົບ ຕ້ອງເຝິກຝົນຫຼໍ່ຫຼອມ ຍົກລະດັບຄວາມຮູ້-ຄວາມສາມາດ,
ເພີ່ມທະວີຄວາມສາມັກຄີ ແລະ ເຂັ້ມງວດການປ້ອງກັນເວນຍາມ ຢູ່ບັນດາຈຸດທີ່ສຳຄັນ ເພື່ອຮັບປະກັນຄວາມສະຫງົບ-ປອດໄພ 100%.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ໃນ 6 ເດືອນຕົ້ນປີຜ່ານມາ ພ້ອມທັງ, ເນັ້ນໜັກ
ໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ເພີ່ມທະວີການນຳພາ-ຊີ້ນຳ ດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ມີທັດສະນະການ
ເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຍົກສູງຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະ-ເຕັກ
ນິກ, ເສີມຂະຫຍາຍຄວາມສາມັກຄີພາຍໃນ-ພາຍນອກ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ແລະ ປະຕິບັດນະໂຍ
ບາຍດ້ານປະກັນສັງຄົມໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ເປັນທຳ, ເຂັ້ມງວດວຽກງານປ້ອງກັນເວນຍາມ ຢູ່ບັນດາສາງ, ໂຮງຈັກ-ໂຮງງານ ໃຫ້
ມີຄວາມປອດໄພ 100%, ພ້ອມທັງ ກຽມພ້ອມກຳລັງ ແລະ ພາຫະນະ ໃນການຊ່ວຍເຫຼືອປະຊາຊົນ ຈາກໄພພິບັດທຳມະຊາດ ທີ່ອາດຈະ
ເກີດຂຶ້ນໃຫ້ທັນການ.
ແຫຼ່ງຂ່າວໂດຍ ຄຳສອນ
ວັນທີ 03/08/2026