
ຕັ້ງເສົາເອກ ໂຄງການກໍ່ສ້າງຕໍ່ເຕີມອາຄານ 3 ຊັ້ນ ກົມ ວສ-ປສ ການທະຫານ

ພິທີ ຕັ້ງເສົາເອກ ໂຄງການກໍ່ສ້າງຕໍ່ເຕີມອາຄານ 3 ຊັ້ນ ກົມວິທະຍາສາດ-ປະຫວັດສາດ ຄັ້ງວັນທີ 1 ພະຈິກ 2026
ພິທີ ຕັ້ງເສົາເອກ ໂຄງການກໍ່ສ້າງຕໍ່ເຕີມອາຄານ 3 ຊັ້ນ ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນ
ໃນວັນທີ 1 ພະຈິກ 2026 ນີ້, ໂດຍມີ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາກົມ,
ມີທ່ານ ອາພິສິດ ນິນທະລາ ຮອງປະທານ ບໍລິສັດ ສີຫາລາດ ກໍ່ສ້າງຂົວ-ທາງ-ເຄຫະສະຖານ ຈຳກັດຜູ້ດຽວ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການກໍ່ສ້າງຕໍ່ເຕີມອາຄານ ກົມ ວສ-ປສ ການທະຫານ ໃນຄັ້ງນີ້ ເປັນການຂະຫຍາຍຕໍ່ຕື່ມໃສ່ອາຄານຫຼັງເກົ່າທີ່ມີຢູ່ແລ້ວ ເພື່ອເພີ່ມພື້ນທີ່ການນຳໃຊ້ເຮັດ
ວຽກ ແລະ ຍົກລະດັບພື້ນຖານໂຄງລ່າງໃຫ້ມີຄວາມກວ້າງຂວາງ, ເໝາະສົມແກ່ການປະຕິບັດໜ້າທີ່ວິຊາສະເພາະ ອາຄານຂະຫຍາຍໃໝ່ນີ້ ປະກອບມີ ຝາກໍ່ໂບກ
ດ້ວຍດີນຈີ່, ໂຄງສ້າງຂອງຫຼັງຄາມຸ້ງດ້ວຍກະເບື້ອງ, ວົງກົບ, ປະຕູ, ປ່ອງຢ້ຽມ ພັດສະດຸອາລູມີນ້ຽມສຳເລັດຮູບ ເພື່ອຄວາມສວຍງາມ ແລະ ທົນທານ, ຟື້ນອາຄານ
ປູດ້ວຍກະໂລ້ ປະກອບເຄື່ອງປັບອາກາດ, ລະບົບນໍ້າ, ລະບົບໄຟຟ້າ ຄົບຊຸດ.
ໃນພິທີ, ໄດ້ປະຕິບັດທາງສາດສະໜາ ພ້ອມທັງ ຕັ້ງເສົາເອກ ເພື່ອຄວາມເປັນສິຣິມຸງຄຸນ ໃຫ້ແກ່ການເລີ່ມລົງມືກໍ່ສ້າງ ໂດຍກຳນົດໃຫ້ໜ່ວຍງານກໍ່ສ້າງ ຮັບປະ
ກັນທາງດ້ານຄຸນນະພາບເຕັກນິກ, ຄວາມປອດໄພ ແລະ ໃຫ້ສຳເລັດຕາມກຳນົດເວລາທີ່ວາງໄວ້ ເພື່ອພ້ອມກັນນຳໃຊ້ເຂົ້າໃນວຽກງານຂອງກົມ ຄາດຄະເນວ່າ ໂຄງ
ການດັ່ງກ່າວຈະໃຫ້ສຳເລັດທັນກຳນົດເວລາທີ່ກຳນົດໄວ້.
ແຫຼ່ງຂ່າວໂດຍນາງ ພອນ ເພັດສຸລິນທອງ+ນາງ ທິບໄກສອນ ນ້ອຍສຸລິນໄຊ
ວັນທີ 03/11/2026