
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວເຮັດວຽກ
ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ

ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວຊີ້ນໍາ,
ຕິດຕາມ ແລະ ກວດກາການຮຽນ-ການສອນ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໃນວັນທີ 2 ພະຈິກ 2026
ວັນທີ 2 ພະຈິກ 2026 ນີ້, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວຊີ້ນໍາ, ຕິດຕາມ ແລະ
ກວດກາການຮຽນ-ການສອນ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນກໍ່ສ້າງ
ນາຍສິບເລກ 2 ວຽງໄຊ ພ້ອມດ້ວຍຄະນະ, ມີຄະນະກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະບັນຊາ ຫ້ອງ, ກອງພັນ ແລະ ພະນັກງານ,
ຄູ-ອາຈານ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີອຳພອນ ແກ້ວນະຄອນ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ໄດ້ລາຍງານຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານການຮຽນ-ການສອນໃນໄລ
ຍະຜ່ານມາ. ຈາກນັ້ນ, ພະນັກງານ, ຄູ-ອາຈານ ໄດ້ຜັດປ່ຽນກັນປະກອບຄຳຄິດຄໍາເຫັນ ເພື່ອແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢ່າງມີເນື້ອໃນເລິກ
ເຊິ່ງ, ພ້ອມກັນຄົ້ນຄວ້າ ແລະ ເອກະພາບຄືນ ເພື່ອຕອບສະໜອງໃຫ້ແກ່ການຄົ້ນຄວ້າຮ່ຳຮຽນ, ການອົບຮົມ-ຫັດແອບ ໃຫ້ໄດ້ຮັບຜົນດີ ແລະ ມີຄຸນະພາບສູງ. ໂອ
ກາດນີ້, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ໄດ້ສະແດງຄວາມຊົມເຊີຍ ຕໍ່ທຸກພາກສ່ວນ ທີ່ປະຕິບັດລະບຽບການຮຽນ-ການສອນ ໄດ້ເປັນຢ່າງດີ
ພ້ອມ
ທັງ ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາ ແລະ ຄູ-ອາຈານ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະ ການສິດສອນ ກໍຄືການຄົ້ນຄວ້າດ້ານ
ເຕັກໂນໂລຊີ, ວິທະຍາສາດການສິດສອນ ເພື່ອນໍາມາໝູນໃຊ້ເຂົ້າໃນການຖ່າຍທອດສົ່ງຄວາມຮູ້ໃຫ້ນັກຮຽນ ແລະ ຖືສຳຄັນການສຶກສາອົບຮົມການເມືອງ-ນຳພາແນວ
ຄິດ ໃຫ້ນັກຮຽນມີສະຕິຕື່ນຕົວສູງຕໍ່ການຈັດຕັ້ງ, ເຂົ້າໃຈແຈ້ງຕໍ່ໜ້າທີ່ການເມືອງຂອງຕົນ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ຂອງກົມກອງ ໃຫ້ເຂັ້ມ
ງວດ ເພື່ອສ້າງກອງທັບໃຫ້ເປັນກອງທັບປະຕິວັດທີ່ມີແບບແຜນ ແລະ ທັນສະໄໝ.
ແຫຼ່ງຂ່າວໂດຍ ຄຳແປງ ຟອງສາຍໄໝ
ວັນທີ 05/11/2026