
ເຜີຍແຜ່ແຜນການກະກຽມ ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ
ທົ່ວເຫຼົ່າຮົບລົດຕັງ-ຍານເກາະ 5 ປີ ຄັ້ງທີ VII

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ວັນທີ 4 ສິງຫາ 2026 ນີ້, ກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມເຜີຍແຜ່ແຜນການກະ
ກຽມຄວາມພ້ອມຮອບດ້ານ ເພື່ອເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ທົ່ວເຫຼົ່າຮົບລົດຕັ້ງ-ຍານເກາະ 5 ປີ ຄັ້ງທີ VII ແລະ
ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບລົດຕັ້ງ-ຍານເກາະ ຄົບຮອບ 65 ປີ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວັນທອງ ບຸດ
ຕະວົງ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະກົມລົດຕັງ-
ຍານເກາະ, ອົງການ, ກົມກອງ, ກອງພັນໃຫຍ່ 661, ສູນເຝິກ ລົດຕັງ-ຍານເກາະ 620, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ
ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາຈັນ ແສນມະນີ ຮອງຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ໄດ້ເຜີຍແຜ່ແຜນການ
ກະກຽມຄວາມພ້ອມຮອບດ້ານ ເພື່ອເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປັບປຸງກໍ່ສ້າງກໍາລັງຮອບດ້ານ ຂອງເຫຼົ່າຮົບລົດ
ຕັງ-ຍານເກາະ ໄລຍະ 5 ປີ ຜ່ານມາ (2021-2025) ແລະ ວາງທິດທາງແຜນການປັບປຸງກໍ່ສ້າງກໍາລັງຮອບດ້ານໄລຍະ 5 ປີ ຕໍ່ໜ້າ
(2026-2030), ເພື່ອສ້າງຂະບວນການ ແລະ ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ປີ
(1 ຕຸລາ 1961–1 ຕຸລາ 2026) ໃຫ້ເຕັມໄປດ້ວຍຄວາມໝາຍສຳຄັນ ທັງເປັນການເຕົ້າໂຮມຄວາມສາມັກຄີທົ່ວເຫຼົ່າຮົບ ຕະຫຼອດຮອດ
ບັນດາອົງການຈັດຕັ້ງຕ່າງໆ ທາງພາກລັດ ແລະ ເອກະຊົນ ທີ່ພົວພັນຮ່ວມມືສ້າງສາພັດທະນາເຫຼົ່າຮົບ ໃຫ້ເປັນປຶກແຜ່່ນແໜ້ນໜາໂດຍ
ການສ້າງບັນຍາກາດຕ່າງໆ ໃຫ້ເບີກບານມ່ວນຊື່ນ ແລະ ມີເນື້ອໃນເລິກເຊີງ, ເຊິ່ງສະຖານທີ່ເປີດກອງປະຊຸມ ເເລະ ສະເຫຼີມສະຫຼອງ
ວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ຈະໄດ້ຈັດຂຶ້ນ ຢູ່ທີ່ກອງພັນໃຫຍ່ 661.
ຈາກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການ ແລະ ຄະນະຮັບ
ຜິດຊອບວຽກງານແຕ່ລະດ້ານ ຕື່ມອີກ. ພ້ອມນັ້ນ, ບັນດາອະນຸກຳມະການ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະກອບຄຳເຫັນ ແລະ ລາຍງານ
ຄວາມພ້ອມ ໃນການກະກຽມດໍາເນີນກອງປະຊຸມ ເເລະ ການສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບ ລົດຕັງ-ຍານເກາະ ຢ່າງກົງໄປກົງ.
ໂອກາດດັ່ງກ່າວ, ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາ ຈາກສະຫາຍ ປະທານກອງປະຊຸມ ຕື່ມອີກ.
ແຫຼ່ງຂ່າວໂດຍ ສຸກສາຄອນ ພົງໄຊຜົນ
ວັນທີ 06/08/2026