
ກອງບັນຊາການທະຫານຊາຍແດນ ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນ ຕຸລາ

ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ
ວັນທີ 5 ຕຸລາ 2026 ນີ້, ກອງບັນຊາການທະຫານຊາຍແດນ ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນ ຕຸລາ ໂດຍການເປັນປະທານ ຂອງສະຫາຍ
ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ, ມີສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານ
ຊາຍແດນ ຕະຫຼອດຮອດ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ການນໍາພາຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃນ 1 ເດືອນຜ່ານມາ ເຊິ່ງໄດ້
ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຄົງຄ້າງ ໃນການປະຕິບັດໜ້າທີ່ວຽກງານຕ່າງໆ ຂອງກອງບັນຊາການ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ
ງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ເພື່ອປະຕິບັດຕາມລະບຽບການເຄົາລົບທຸງປະຈຳເດືອນທີ່ຂັ້ນເທິງ ໄດ້ກຳນົດໄວ້ ໃຫ້ມີຄວາມເຂັ້ມແຂງ
ດ້ານລະບຽບວິໄນ, ການປະຕິບັດ 7 ລະບອບ 18 ວຽກ ໃນມື້ໜຶ່ງຂອງກອງທັບ, ພ້ອມທັງ ສືບຕໍ່ຊີ້ນຳບັນດາຫ້ອງຢູ່ສຳນັກງານ ກອງບັນຊາການ ແລະ ຫ້ອງ
ທະຫານຊາຍແດນ ທົ່ວປະເທດ. ຍົກສູງຄວາມຮັບຜິດຊອບນຳພາ-ຊີ້ນໍາ ພະນັກງານ-ນັກຮົບ ປະຕິບັດໜ້າທີ່ ຢ່າງຕັ້ງໜ້າ, ຈັດຕັ້ງລະບົບປະຈຳການ, ຕິດຕາມ
ກຳແໜ້ນການເຄື່ອນໄຫວຂອງສັດຕູ, ກຸ່ມຄົນບໍ່ດີ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນກັບສະພາບການ ແລະ ໃຫ້ສຳເລັດ
ຕາມທິດຊີ້ນຳ ຂອງຂັ້ນເທິງ. ຈາກນັ້ນ, ໄດ້ຮັບຊົມການເດີນຂະບວນສວນສະໜາມຂອງບັນດາກ້ອນກຳລັງພະນັກງານ-ນັກຮົບ ຢ່າງເປັນຂະບວນການຟົດຟື້ນ.
ແຫຼ່ງຂ່າວໂດຍ ນາງ ອານຸພອນ ພັນທະວົງ
ວັນທີ 06/10/2026