ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ລາວ-ໄທ ສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ


ພິທີຕ້ອນຮັບ ທ່ານ ພົນໂທ ວໍລະເທບ ບຸນຍະ ຜູ້ບັນຊາການແມ່ທັບພາກທີ 3 ກອງທັບຣາຊະອານາຈັກໄທ
ພ້ອມຄະນະ ​ວັນທີ 5 ກັນຍາ
2026

     ວັນທີ 5 ກັນຍາ 2026 ນີ້, ທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ
ທ່ານ ພົນໂທ ວໍລະເທບ ບຸນຍະ ຜູ້ບັນຊາການແມ່ທັບພາກທີ 3 ກອງທັບຣາຊະອານາຈັກໄທ ພ້ອມຄະນະ ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່
ສປປ ລາວ ລະຫວ່າງວັນທີ 5-7 ກັນຍາ 2026 ນີ້.

     ທ່ານ ພົນຕີ ວັນທອງ ບຸດຕະວົງ ໄດ້ກ່າວວ່າ: ການພົບປະຄັ້ງນີ້ ມີຄວາມໝາຍສຳຄັນ ເພື່ອເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ດີ ແລະ ຕີລາຄາຄືນໝາກ
ຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການຮ່ວມກັນຕ້ານ ແລະ ສະກັດກັ້ນການກໍ່ຄວາມບໍ່ສະຫງົບຕາມບໍລິເວນຊາຍແດນ ແລະ ຂອບເຂດ
ແມ່ນ້ຳຂອງ ເຊັ່ນ: ການລັກລອບ ເຂົ້າ-ອອກ ເມືອງຜິດກົດໝາຍ ແລະ ອາຊະຍາກຳຂ້າມຊາດ; ການທຳລາຍກຸ່ມແກ້ງຄໍເຊັນເຕີ (Call Center), ສິ່ງເສບຕິດ,
ການຄ້າມະນຸດ, ການຄ້າອາວຸດ, ການຄ້າຂາຍເຖື່ອນ ແລະ ການແກ້ໄຂບັນຫາໝອກຄວັນຂ້າມຊາຍແດນ (ຝຸ່ນ PM 2.5). ທັງສອງຝ່າຍໄດ້ເຫັນດີ ຈະພ້ອມ
ກັນຈັດຕັ້ງປະຕິບັດ ແລະ ຜ່ານຜ່າສິ່ງທ້າທາຍຕ່າງໆ ເພື່ອຮັບປະກັນຄວາມສະຫງົບ-ຄວາມໝັ້ນຄົງ ໃຫ້ແກ່ປະຊາຊົນສອງຊາດ, ພ້ອມທັງປະກອບສ່ວນຊຸກຍູ້
ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ມີຜົນສຳເລັດເປັນຮູບປະທຳຍິ່ງໆ ຂຶ້ນ.

     ໂອກາດດຽວກັນ, ທ່ານ ພົນໂທ ວໍລະເທບ ບຸນຍະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ
ເຊິ່ງເປັນການຮັດແໜ້ນຄວາມສຳພັນ ລະຫວ່າງສອງກອງທັບ ເວົ້າລວມ, ເວົ້າສະເພາະ ແມ່ນການຮັກສາຄວາມສະຫງົບຮຽບຮ້ອຍ ຕາມບໍລິເວນຊາຍແດນ
ໄທ-ລາວ, ລາວ-ໄທ ໃຫ້ມີຄວາມສະຫງົບໂດຍພື້ນຖານ. ໃນໄລຍະເຄື່ອນໄຫວຢູ່ ສປປ ລາວ, ຄະນະຜູ້ແທນກອງທັບໄທ ຍັງໄດ້ທ່ຽວຊົມສະຖານທີ່ທ່ອງ
ທ່ຽວ ແລະ ສະຖານທີ່ທາງດ້ານວັດທະນະທຳ ຢູ່ ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຕື່ມອີກ.

ແຫຼ່ງຂ່າວໂດຍ ໄພລິນ ບຸນຍັງ
ວັນທີ 07/09/2026