
ປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ສູນເສຍອົງຄະ 392

ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ,
ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ ເປັນປະທານ
ພິທີ ປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ສູນເສຍອົງຄະ 392 ກອງບັນຊາການທະຫານແຂວງອັດຕະປື ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະ
ຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ ສໍາເລັດຕາມການມອບ
ໝາຍ ໄດ້ຈັດຂຶ້ນໃນ ວັນທີ 5 ຕຸລາ 2026 ນີ້, ໂດຍການເປັນປະທານ ຂອງພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ,
ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ
ອັດຕະປື, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ, ພະນັກງານສູນເສຍອົງຄະ 392 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທອນ ເລັດນະຄອນ ຫົວໜ້າພະແນກໂຄນະນາອົບຮົມ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງ
ກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ຊັ້ນ ll ໃຫ້ກັບກົມກອງລວມໝູ່ ຈຳນວນ 1 ກົມກອງ ຄື: ສູນເສຍອົງຄະ 392 ແຂວງ
ອັດຕະປື.ໂອກາດນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນຕື່ມອີກ.
ແຫຼ່ງຂ່າວໂດຍ ສຸກສະໄໝ ນວນມະລິນ
ວັນທີ 07/10/2026