
ຫົວໜ້າກົມໂຄສະນາອົບຮົມ ກມທ ເຄື່ອນໄຫວກວດກາພື້ນທີ່, ເກັບກໍາຂໍ້ມູນເພື່ອຈະສ້າງ
ຫໍມູນເຊື້ອການນໍາ ແລະ ນັກຮົບປະຕິວັດ ຢູ່ຖໍ້າບ້ານຕ້າຍ ເມືອງແປກ

ວັນທີ 3 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາ
ອົບຮົມກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ເຄື່ອນໄຫວກວດກາພື້ນທີ່, ເກັບກໍາຂໍ້ມູນເພື່ອຈະສ້າງຫໍມູນເຊື້ອການນໍາ ແລະ ນັກຮົບປະຕິວັດ ຢູ່ຖໍ້າ
ບ້ານຕ້າຍ ເມືອງແປກ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ
ພ້ອມດ້ວຍຄະນະ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການເຄື່ອນໄຫວໃນຄັ້ງນີ້ ເພື່ອສຳຫຼວດ ກວດກາພື້ນທີ່, ສະພາບແວດລ້ອມຕົວຈິງ, ຈຸດທີ່ຕັ້ງຫໍມູນເຊື້ອ ແລະ ຄວາມເປັນໄປໄດ້ດ້ານຕ່າງໆ ເພື່ອເປັນ
ພື້ນຖານໃນການຄົ້ນຄວ້າ, ວາງແຜນພັດທະນາສ້າງຫໍມູນເຊື້ອການນໍາ ແລະ ນັກຮົບປະຕິວັດ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ພ້ອມກັນປຶກສາຫາລື
ກ່ຽວກັບວິທີການຈັດຕັ້ງປະຕິບັດ ພັດທະນາຂອບເຂດ ແລະ ກໍ່ສ້າງຫໍມູນເຊື້ອ ຂອງການນໍາ ແລະ ນັກຮົບປະຕິວັດ ຢູ່ຖ້ຳບ້ານຕ້າຍ ເມືອງແປກ ແຂວງຊຽງ
ຂວາງ ເພື່ອເປັນການອະນຸລັກ ປົກປັກຮັກສາ ສະຖານທີ່ຮ່ອງຮອຍປະຫວັດສາດທີ່ສໍາຄັນ ຂອງການປະຕິວັດໃນເມື້ອກ່ອນ ໄວ້ໃຫ້ພະນັກງານ, ລູກຫຼານ
ຂອງປະຊາຊົນລາວບັນດາເຜົ່າ ໄດ້ເປັນບ່ອນຄົ້ນຄວ້າຮໍ່າຮຽນມູນເຊື້ອອັນອົງອາດກ້າຫານ ຂອງນັກປະຕິວັດ ແລະ ສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ບັນດາ
ນາຍ ແລະ ພົນທະຫານ ຜູ້ທີ່ໄດ້ເສຍສະຫຼະຊີວິດເຂົ້າໃນພາລະກິດປະຕິວັດ ໃນໄລຍະຜ່ານມາ.
ແຫຼ່ງຂ່າວໂດຍ ຫຸມພັນ
ວັນທີ 08/09/2026