ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການສ້າງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ
ຂັ້ນຮາກຖານຢູ່ທະຫານແຂວງໄຊຍະບູລີ


ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງກົມວິທະຍາສາດ-ປະຫວັດສາດ ການທະຫານ
ກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ ຄັ້ງວັນທີ 02/06/2026

    ໃນວັນທີ 2 ກຸມພາ 2026 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດພິທີປະກາດການສ້າງຕັ້ງສະພາວິທະຍາສາດ-ປະ
ຫວັດສາດ ການທະຫານ ຂັ້ນຮາກຖານຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງກົມວິທະ
ຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານກອງ
ບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງ
ກັນປະເທດ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະ
ຫານ ຂັ້ນຮາກຖານ ຢູ່ ກອງບັນຊາການທະຫານແຂວງໄຊຍະບູລີ ໂດຍອີງຕາມກົດໜາຍນາຍທະຫານກອງທັບປະຊາຊົນລາວ ພາກທີ 2
ໜວດທີ 4 ມາດຕາ 26 ເພຶ່ອເປັນການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນ
ຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງ ສະຫາຍ ພົນຈັດ
ຕະວາ ບຸນຍອງ ດວງດີ ຫົວໜ້າການທະຫານ ເປັນປະທານ, ສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ເປັນຮອງປະທານ,
ສະຫາຍ ພັນໂທ ບຸນຍອດ ພົມມະວົງ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດການທະຫານ ເປັນຜູ້ປະຈໍາການ, ສະຫາຍ ພັນເອກ
ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາທິການເປັນຄະນະ, ສະຫາຍ ພັນເອກ ເນືອງທອງ ຊຸຍຍະຈັນ ຫົວໜ້າຫ້ອງພະລາທິການເປັນ
ຄະນະ, ສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ຫົວໜ້າຫ້ອງເຕັກນິກ ເປັນຄະນະ, ສະຫາຍ ພັນເອກ ຄໍາຕັນ ແພງສີດາ ຫົວໜ້າຫ້ອງ
ການບໍລິຫານ ເປັນຄະນະ, ສະຫາຍ ພັນໂທ ສີປະເສີດ ສອນພັນ ຫົວໜ້າຫ້ອງການເມືອງ ເປັນຄະນະ, ສະຫາຍ ພັນໂທ ສຸກກະເສີມ ວິ
ຍາວົງ ຮອງຫົວໜ້າຫ້ອງເສນາ ເປັນຄະນະ, ສະຫາຍ ພັນໂທ ພູເຂົາຄໍາ ທິແກ້ວ ເປັນຄະນະ ແລະ ສະຫາຍ ພັນໂທ ແສງເພັດ ອາໄພສະ
ຫວັດ ຫົວໜ້າພະແນກການເມືອງ ເປັນຄະນະ.

     ຈາກນັ້ນ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ໄດ້ຍົກໃຫ້ເຫັນໜ້າທີ່, ພາລະບົດບາດ ໃນການເຮັດວຽກງານຂອງສະພາ
ວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານ ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ໃນການປະຕິບັດໜ້າທີ່ວຽກງານ
ຕາມພາລະບົດບາດຂອງຕົນ ເຕົ້າໂຮມຄວາມສາມັກຄີພາຍໃນ, ສະພາວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານຢູ່ກອງບັນ
ຊາການທະຫານແຂວງໄຊຍະບູລີ ພ້ອມກັນສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດຕະຫຼອດໄລຍະຜ່ານມາ ເວົ້າລວມແມ່ນການພັດທະນາກົມກອງກຳລັງທ້ອງຖິ່ນແຂວງໄຊຍະບູລີ ມີຄວາມໜັກແໜ້ນ
ເຂັ້ມແຂງໄດ້ດີຕະຫຼອດມາ, ສືບຕໍ່ນຳພາ-ຊີ້ນຳກຳລັງຂອງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ ໂດຍຖືເອົາການສຶກສາອົບຮົມການເມືອງ-ນຳພາ
ແນວຄິດເປັນກົກ ເຮັດວຽກໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ມີການປຶກສາຫາລືມອບໝາຍໜ້າທີ່ ແລະ ເປັນເອກະພາບ
ພາບໃນໝູ່ຄະນະ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ເປັນຢ່າງດີ.

ແຫຼ່ງຂ່າວໂດຍ ນາງ ບົວລິວັນ
ວັນທີ 09/02/2026