
ປະກາດການແຕ່ງຕັ້ງ ຮອງອໍານວຍການ ໂຮງງານເກີບທັນວາກອງທັບ

ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ
ເປັນປະທານ ວັນທີ 7 ກັນຍາ 2026
ພິທີ ປະກາດການແຕ່ງຕັ້ງ ຮອງຫົວໜ້າອໍານວຍການ ຮັບຜິດຊອບວຽກງານເຕັກນິກ ການຜະລິດ ໂຮງງານເກີບທັນວາ ກອງທັບ ໄດ້ຈັດຂຶ້ນໃນວັນທີ 7
ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງ
ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມອຸປະໂພກ-ບໍລິໂພກ, ຄະນະພັກ-ຄະນະອໍານວຍການ ໂຮງງານເກີບທັນວາ ແລະ
ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີພັນ ໄຊຍະສອນ ຫົວໜ້າພະແນກຈັດຕັັ້ງພັກ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຄໍາສັ່ງຍົກຍ້າຍ ຂອງກົມໃຫຍ່
ການເມືອງກອງທັບ ວ່າດ້ວຍການຍົກຍ້າຍນາຍທະຫານ ຢູ່ໂຮງຮຽນທິດສະດີການເມືອງກອງທັບ ໃນນີ້, ໄດ້ຍົກຍ້າຍ ສະຫາຍ ພັນໂທ ວິໄລທອງ ທຳມະເທວີ
ຫົວໜ້າພະແນກອຸປະໂພກ-ບໍລິໂພກ ໂຮງຮຽນທິດສະດີການເມືອງກອງທັບ ໄປໃຫ້ໂຮງງານເກີບທັນວາ ກອງທັບ ແລະ ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າອໍານວຍການ ຮັບຜິດຊອບວຽກງານເຕັກນິກ ການຜະລິດ ໂຮງງານເກີບທັນວາ ກອງທັບ ເຊິ່ງໄດ້ແຕ່ງຕັ້ງ ສະ
ຫາຍ ພັນໂທ ວິໄລທອງ ທຳມະເທວີ ເປັນຮອງຫົວໜ້າອໍານວຍການ, ຮັບຜິດຊອບວຽກງານເຕັກນິກການຜະລິດ ໂຮງງານເກີບທັນວາ ກອງທັບ.
ຈາກນັ້ນ, ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ-ຮອງເລຂາ ແລະ ກຳມະການຄະນະພັກ
ຮາກຖານ ໂຮງງານເກີບທັນວາ ກອງທັບ ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ສີຫາ ແກ້ວບຸນຊູ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ວິໄລ
ທອງ ທຳມະເທວີ ເປັນຮອງເລຂາຄະນະພັກຮາກຖານ ແລະ ສະຫາຍ ພັນໂທ ນາງ ຄຳກອງ ສີບຸນໄຊ ເປັນກຳມະການຄະນະພັກຮາກຖານ. ໂອກາດນີ້, ຍັງໄດ້
ຮັບຟັງ ການໂອ້ລົມໃຫ້ທິດຊີ້ນຳ ຈາກສະຫາຍປະທານ ຕື່ມອີກ.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 09/09/2026