ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງອຳນວຍການ ວຕກ


ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 06/02/2026

    ວັນທີ 6 ກຸມພາ 2026 ນີ້, ວິທະຍາຄານເຕັກນິກການທະຫານ(ວຕກ) ໄດ້ຈັດຕັ້ງພິທີ ປະກາດການຈັດຕັ້ງຂັ້ນ ອຳນວຍການ ຫົວໜ້າ
ການເມືອງ ວິທະຍາຄານເຕັກນິກການທະຫານ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຕາງໜ້າ ກົມວິຊາສະເພາະກົມ, ກົມຈັດຕັ້ງພັກ ກົມໃຫຍ່ການການເມືອງກອງທັບ,
ຄະນະພັກ-ຄະນະອຳນວຍການ, ພະນັກງານຫຼັກແຫຼ່ງທົ່ວ ວຕກ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຈັນສະໝອນ ລັດສະໄໝ ຫົວໜ້າກົມເສນາເຕັກນິກ ກົມໃຫ່ຍເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງ
ກັນປະເທດ ວ່າດວ້ຍການອະນຸມັດ ໃຫ້ນາຍທະຫານ ຢູ່ ວິທະຍາຄານເຕັກນິກການທະຫານ ພັກການກຽມຮັບບຳນານ ໂດຍອະນຸມັດໃຫ້
ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ອຳນວຍການ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ ກຽມຮັບບຳນານ ແລະ
ຜ່ານຂໍ້ຕົງລົງ ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ເປັນອຳນວຍການ ຫົວໜ້າການເມືອງ ວິທະຍາຄານເຕັກ
ນິກການທະຫານ ຜູ້ໃໝ່. ຈາກນັ້ນ ສະຫາຍ ພັນເອກ ບຸນຍົງ ພົມມະສາ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ໄດ້ຜ່ານ
ມະຕິຕົກລົງຂອງຄະນະປະຈຳພັກກະຊວປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ເລຂາຄະນະພັກ ວິທະຍາຄານເຕັກນິກການທະ
ຫານ ໂດຍ ແຕ່ງຕັ້ງສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ເປັນເລຂາຄະນະພັກ ປ່ຽນແທນ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະ
ໝີ ພັກຜ່ອນກຽມຮັບບຳນານ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ແສງຍືນລັດສະໝີ ກໍ່ໄດ້ຜ່ານບົດສະຫຼຸບຫຍໍ້ ກ່ຽວກັບບັນດາໜ້າວຽກທີ່ໄດ້
ປະຕິບັດໃນໄລຍະຜ່ານມາ ເຊິ່ງໄດ້ເປັນເຈົ້າການໃນການຈັດຕັ້ງນໍາພາ-ຊີ້ນໍາ ວຽກງານຕ່າງໆ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນ
ນັ້ນສາມາດສ້າງຜົນງານພັດທະນາກົມກອງ ເຮັດໃຫ້ສະພາບພາຍໃນ ວຕກ ມີຄວາມສະຫງົບ , ພະນັກງານ-ນັກຮົບມີແນວຄິດການເມືອງໜັກ
ແໜ້ນເຂັ້ມແຂງ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ. ຈາກນັ້ນກໍ່ໄດ້ມີການລົງນາມເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະ
ຫວ່າງ ພົນຈັດຕະວາ ແສງຍືນ ລັດສະໝີ ອຳນວຍການ ຫົວໜ້າການເມຶອງ ວິທະຍາຄານເຕັກນິກການທະຫານ ( ຜູ້ເກົ່າ) ແລະ ສະຫາຍ ພົນ
ຈັດຕະວາ ລຽນວິໄລ ພັນທອງຄຳ ອຳນວຍການ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ(ຜູ້ໃໝ່).

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຮູ້ບຸນຄຸນຕໍ່ກັບຜົນງານໃນດ້ານຕ່າງໆ
ທີ່ຫົວໜ້າການເມືອງ (ຜູ້ເກົ່າ) ໄດ້ທຸ້ມເທສະຕິປັນຍາ ກໍາລັງແຮງກາຍ ແຮງໃຈ ເຂົ້າໃນພະລະກິດປົກຮັກສາປະເທດຊາດ ພ້ອມທັງເນັ້ນໜັກ
ໃຫ້ຫົວໜ້າການເມືອງ (ຜູ້ໃໝ່) ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃນການນໍາພາ-ຊີ້ນໍາ ຂົງເຂດວຽກງານຕາມພາລະບົດບາດ
ຂອງກົມກອງ, ປັບປຸງແບບແຜນວິທີເຮັດວຽກ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມ
ໜັກແໜ້ນ ເຂັ້ມແຂງໃນທຸກດ້ານ ກ້າວໄປສູ່ການປັບປຸງບູລະນະກົງຈັກການຈັດຕັ້ງພາຍໃນໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ວິຊາສະເພາະຂອງ
ກົມກອງ.

ແຫຼ່ງຂ່າວໂດຍ ໄຂຄຳ ພົມມະສານ
ວັນທີ 10/02/2026