
ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ບັນດາກອງສື່ມວນຊົນ
ກອງທັບປະຈໍາ 6 ເດືອນຕົ້ນປີ 2026

ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ເປັນປະທານ
ວັນທີ 7 ສິງຫາ 2026 ນີ້, ທີ່ ກອງສິລະກອນກອງທັບ ໄດ້ຈັດຕັ້ງກອງປະຊຸມສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ບັນດາກອງສື່
ມວນຊົນກອງທັບ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນ
ຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະກົມໂຄສະນາອົບຮົມ, ຫ້ອງການ,
ຄະນະພັກ-ຄະນະບັນຊາ ບັນດາກອງສື່ມວນຊົນກອງທັບ ເຂົ້າຮ່ວມ.
ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການຈັດ
ຕັ້ງປະຕິບັດວຽກງານສື່ມວນຊົນກອງທັບ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງໃນ 6 ເດືອນຕົ້ນ
ປີຜ່ານມາ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ຢູ່ບັນດາກອງສື່ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຊື່ອ
ໝັ້ນຕໍ່ການນໍາພາ ຂອງພັກ-ລັດ, ຫ້າວຫັນຕໍ່ໜ້າທີ່ວິຊາສະເພາະ, ສຸມໃສ່ໃນການໂຄສະນາບັນຫາສໍາຄັນຕ່າງໆ ຂອງຊາດ, ຂອງພັກ-ລັດ
ແລະ ຂອງກອງທັບ ຕິດຕາມກັບການເຄື່ອນໄຫວ ຂອງການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ ແລະ ການເຄື່ອນໄຫວ ຂອງ
ບັນດາກົມກອງ ໃນຂອບເຂດທົ່ວກະຊວງປ້ອງກັນປະເທດ ໂດຍສະເພາະ ຈັດຕັ້ງເຜີຍແຜ່ເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່
ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI, ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ
ວາງອອກ, ໃນນັ້ນວຽກອັນພົ້ນເດັ່ນ ແມ່ນໄດ້ພ້ອມກັນເປັນເຈົ້າການປະກອບສ່ວນຕາມໜ້າວຽກວິຊາສະເພາະ ຂອງຕົນຢ່າງຕັ້ງໜ້າ ໃນການ
ຫ່າງຫາກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ, ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ,
ການປ່ອນບັດເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດ ຊຸດທີ X, ສະພາຂັ້ນແຂວງ ຊຸດທີ V, ກອງປະຊຸມວຽກງານສື່ມວນຊົນທົ່ວປະ
ເທດ ຄັ້ງທີ I ແລະ ບັນດາເຫດການການເມືອງ ທີ່ສໍາຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງສາກົນ ດ້ວຍການໂຄສະນາ-ເຜີຍແຜ່ອອກ
ທາງສື່ສິ່ງພິມ ແລະ ສື່ອີເລັກໂຕຣນິກ ສູ່ສັງຄົມຢ່າງທົ່ວເຖິງ ແລະ ທັນການ. ໃນນີ້, ໜັງສືພິມກອງທັບ: ໄດ້ຜະລິດ ແລະ ຈຳໜ່າຍໜັງສືພິມ
ລາຍວັນ ໄດ້ 120 ຄັ້ງ ມີຈໍານວນ 69.000 ສະບັບ, ລົງຂ່າວໜັງສືພິມກອງທັບໄດ້ 3.480 ຂ່າວ, ຂ່າວຕ່າງປະເທດ ແລະ ຂ່າວວິທະຍາສາດ-
ເຕັກນິກການທະຫານ 1.118 ຂ່າວ, ຂຽນບົດໄດ້ 504 ບົດ, ຮູບພາບ 3.600 ກວ່າຮູບພາບ, ລົງເຄື່ອນໄຫວເກັບກຳຂໍ້ມູນຂ່າວຕ່າງໆ ໄດ້ 952
ຄັ້ງ, ຈັດຕັ້ງການອັບເດດໜັງສືພິມເອເລັກໂຕຣນິກພາສາລາວ ແລະ ພາສາອັງກິດ ໄດ້ 2.213 ຄັ້ງ (ລວມມີຜູ້ເຂົ້າອ່ານ 18.960,000 ເທື່ອຄົນ
ໃນ 90 ກວ່າປະເທດທົ່ວໂລກ); ວິທະຍຸກະຈາຍສຽງ: ໄດ້ກະຈາຍສຽງອອກອາກາດເປັນປົກກະຕິ, ຈັດລາຍການ ໄດ້ 1.008 ລາຍການ ໃນ
ນັ້ນ,
ມີ 6.516 ຂ່າວ ແລະ 432 ບົດ, ເຄື່ອນໄຫວເກັບກຳຂໍ້ມູນຢູ່ບັນດາກົມກອງ 173 ຄັ້ງ, ໄດ້ຮັບຂ່າວ-ບົດ ຈາກຕານ່າງຂ່າວ 3.398 ຂ່າວ
ແລະ ເຄື່ອນໄຫວກວດກາສ້ອມແປງສູນສົ່ງທີ່ມີບັນຫາໃຫ້ໃຊ້ງານໄດ້ປົກກະຕິ; ໂທລະພາບກອງທັບ: ໄດ້ຈັດລາຍການອອກອາກາດ ທັງໝົດ
1.004 ຂ່າວ, ລົງຂ່າວວີດີໂອຕາມສື່ອອນລາຍ: ເຟສບຸກ 222 ຄັ້ງ (ຄົນຕິດຕາມ 305.298 ຄົນ), ຕິກຕັອກ 222 ຄັ້ງ (ຄົນຕິດຕາມ 111.835
ຄົນ), ຢູທູບ 222 ຄັ້ງ (ຄົນຕິດຕາມ 41.336 ຄົນ), ຖ່າຍທອດສົດລາຍການພາກຂ່າວ 75 ຄັ້ງ ລວມ 38 ກວ່າຊົ່ວໂມງ, ເຄື່ອນໄຫວເກັບກໍາ
ຂ່າວ ຢູ່ກົມກອງອ້ອມຂ້າງ 873 ຄັ້ງ, ຮັບຂ່າວຈາກຕານ່າງຂ່າວ 630 ຂ່າວ; ວາລະສານປ້ອງກັນຊາດ: ພິມ ແລະ ແຈກຢາຍວາລະສານເດືອນ
ມັງກອນ-ພຶດສະພາ 2026 ຈໍານວນ 5.000 ຫົວ, ແຈກຢາຍໃຫ້ບັນດາອົງການ, ກົມກອງ-ທ້ອງຖິ່ນ ຈໍານວນ 4.196 ຫົວ ຕາມແຜນການ;
ໄດ້ຮັບວາລະສານ ຈຳປາ 300 ຫົວ, ວາລະສານກໍ່ສ້າງພັກ 60 ຫົວ, ວາລະສານໂຄສະນາອົບຮົມສູນກາງພັກ 48 ຫົວ, ວາລະສານປ້ອງກັນ
ຄວາມສະຫງົບ 30 ຫົວ, ວາລະສານອາລຸນໃໝ່ 24 ຫົວ, ລົງຂ່າວທາງເວັບໄຊ ແລະ ເຟສບຸກ 233 ຂ່າວ; ໂຮງພິມກອງທັບ: ຈັດພິມໜັງ
ສືພິມກອງທັບລາຍວັນໄດ້ 98 ຄັ້ງ ຈໍານວນ 56.840 ສະບັບ, ໜັງສືພິມນັກຮົບເກົ່າ ຈໍານວນ 3.000 ສະບັບ, ພິມຊອງ ແລະ ປະຫວັດພະ
ນັກງານ 5.000 ຊຸດ, ສຳເລັດການຕິດຕັ້ງເຄື່ອງຈັກພິມລີໂອບີ 2 ທີ່ກະຊວງປ້ອງກັນປະເທດ ໄດ້ປະກອບໃຫ້ ແລະ ວາລະສານປະຈໍາເດືອນ
ອອກສູ່ສັງຄົມໄດ້ທັນເວລາ ສໍາເລັດຕາມແຜນການ, ອຸປະກອນເຄື່ອງຈັກໂດຍລວມຍັງນໍາໃຊ້ໄດ້ປົກກະຕິ; ຫໍສະໝຸດກອງທັບ: ກວດກາ, ເກັບ
ກຳ, ຈັດວາງ ແລະ ຕິດລາຍການປຶ້ມໃຫ້ເປັນລະບົບ, ບໍລິການແຂກເຂົ້າອ່ານ-ຢືມປຶ້ມຢູ່ຫໍສະໝຸດພາຍໃນ ແລະ ນອກສະຖານທີ່ໄດ້ 2.445
ເທື່ອຄົນ, ຮັບໜັງສືພິມໄວ້ບໍລິການອ່ານ 1.502 ສະບັບ ແລະ ຂັດສໍາເນົາໄວ້ຍາວນານ 1.289 ສະບັບ, ປ້ອນຂໍ້ມູນປື້ມເຂົ້າລະບົບວີນາລີບໄດ້
1.017 ຫົວ, ລົງຂ່າວທາງເວັບໄຊ ແລະ ເຟສບຸກ 197 ຂ່າວ, ໄດ້ຮັບປື້ມຈາກບຸກຄົນ ແລະ ພາກສ່ວນຕ່າງໆ ຈຳນວນ 2.236 ຫົວ ລວມມູນ
ຄ່າ 196,750,00 ກີບ; ຫໍພິພິທະພັນປະຫວັດສາດກອງທັບ: ຈັດຕັ້ງຕ້ອນຮັບແຂກເຂົ້າທ່ຽວຊົມ ໄດ້ທັງໝົດ 244 ຄະນະ ຈຳນວນ 12.153
ຄົນ (ແຂກຕ່າງປະເທດ 2.006 ຄົນ, ແຂກພາຍໃນ 4.861 ຄົນ), ຮັບແຂກເຂົ້າຊົມອະນຸສອນຄຸກກັກຂັງຜູ້ນຳ ໄດ້ທັງໝົດ 30 ຄະນະ ຈຳນວນ
1.157 ຄົນ ແລະ ກອງສິລະປະກອນກອງທັບ: ໄດ້ສຸມໃສ່ຈັດຕັ້ງເຝິກຊ້ອມຫັດແອບວິຊາສະເພາະຂອງຕົນຢ່າງເປັນປົກກະຕິ ເພື່ອກະກຽມສະ
ແດງຮັບໃຊ້ສັງຄົມ, ບັນດາກົມກອງ ທັງພາຍໃນ ແລະ ຕ່າງປະເທດ ຕາມແຜນການ, ຕາມທິດຊີ້ນໍາ ຂອງຂັ້ນເທິງ ນອກນັ້ນ, ຍັງປະກອບສ່ວນ
ປະດິດດົນຕີ ແລະ ອັດເພງໃຫ້ບັນດາກົມກອງ ຕາມການສະເໜີ. ຈາກນັ້ນ, ບັນດາຜູ້ຕາງໜ້າແຕ່ລະກອງສື່ ໄດ້ຜັດປ່ຽນກັນປະກອບຄໍາເຫັນ
ແລະ ຄະນະກົມໂຄສະນາອົບຮົມ ຜູ້ຊີ້ນໍາແຕ່ລະຂົງເຂດວຽກງານ ໄດ້ມີຄໍາເຫັນຊີ້ແຈງ ຕື່ມອີກ.
ແຫຼ່ງຂ່າວໂດຍ ໄຊສະຫວາດ
ວັນທີ 10/08/2026