
ມອບ-ຮັບ ໃບຍັ້ງຢືນນາມມະຍົດ 4 ບຸກ ປະຈໍາປີ 2025 ໃຫ້ຊາວໜຸ່ມ
ທົ່ວກົມໃຫຍ່ພະລາທິການກອງທັບ

ວັນທີ 9 ກັນຍາ 2026 ນີ້, ພະແນກຊາວໜຸ່ມ ກົມໃຫຍ່ພະລາທິການກອງທັບ ໄດ້ເຜີຍແຜ່ເອກະສານວຽກງານຊາວໜຸ່ມ ກອງທັບປະຊາຊົນລາວ ແລະ
ມອບ-ຮັບ ໃບຢັ້ງຢືນນາມມະຍົດ 4 ບຸກປະຈໍາປີ 2025 ໃຫ້ຊາວໜຸ່ມ ທົ່ວກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດ
ຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການ, ຜູ້ຊີ້ນໍາວຽກງານການເມືອງ ກົມໃຫຍ່
ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງອ້ອມຂ້າງ, ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ, ກໍາມະບານ ແລະ ສະມາຊິກຊາວ
ໜຸ່ມເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ພົງສະໄໝ ຫຸນນະຈໍາປາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ຜ່ານ
ຂໍ້ກໍານົດ ຂອງຄະນະປະຈໍາພັກກະຊວງປ້ອງກັນປະເທດ ວ່າດ້ວຍວຽກງານຊາວໜຸ່ມ ກອງທັບປະຊາຊົນລາວ ແລະ ຂໍ້ກໍານົດ ຂອງກົມໃຫຍ່ການເມືອງກອງທັບ
ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ໂຄງປະກອບ, ສິດ ແລະ ໜ້າທີ່ຂອງພະແນກ, ຂະແໜງ, ຄະນະບໍລິຫານງານ ແລະ ໜ່ວຍຊາວໜຸ່ມຮາກຖານກອງທັບປະຊາ
ຊົນລາວ.
ຈາກນັ້ນ, ສະຫາຍ ພັນໂທ ສີອໍາພອນ ແກ້ວຫຼວງເດດ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະ
ຫຼຸບການເຄື່ອນໄຫວວຽກງານ 4 ບຸກ ຂອງຊາວໜຸ່ມ ກົມໃຫຍ່ພະລາທິການກອງທັບ ໃນໄລຍະປີຜ່ານມາ, ພະແນກຊາວໜຸ່ມ ກົມໃຫຍ່ພະລາທິການກອງທັບ
ພ້ອມກັບຄະນະຊາວໜຸ່ມຂັ້ນຕ່າງໆ ໄດ້ຮັບການຊີ້ນໍາຈາກອົງການ-ການເມືອງ ຄະນະນໍາຂັ້ນເທິງຖັດຕົນ ແລະ ຄະນະພັກ-ຄະນະບັນຊາກົມກອງຮາກຖານ
ໄດ້ນໍາພາ-ຊີ້ນໍາ ອົງການຈັດຕັ້ງຊາວໜຸ່ມ, ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກຊາວໜຸ່ມ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງ
ທາງດ້ານການຈັດຕັ້ງ, ປຸກລະດົມຊາວໜຸ່ມ-ໄວໜຸ່ມ ໃຫ້ຕື່ນຕົວ, ຄົ້ນຄວ້າຮໍ່າຮຽນ, ບັນດາແນວທາງ, ທິດສະດີການເມືອງ, ແນວທາງນະໂຍບາຍຂອງພັກ-ລັດ,
ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງບັນດາເນື້ອໃນ, ມະຕິກອງປະຊຸມໃຫຍ່ແຕ່ລະຄັ້ງຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຕ່າງໆ ຂອງກອງທັບ
ວາງອອກ, ເຂົ້າຮ່ວມການຈັດຕັ້ງໂຄສະນາ-ປາຖະກະຖາວັນປະຫວັດສາດສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ ແລະ ສາກົນ, ເຄື່ອນໄຫວພົບປະ
ໂອ້ລົມ ແລະ ສ້າງກິດຈະກຳດ້ານຕ່າງໆ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ, ຕໍ່ເນື່ອງ.
ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດ ມອບ-ຮັບ ໃບຢັ້ງຢືນນາມມະຍົດ 4 ບຸກ ໄລຍະ 3 ປີ 2022-2025
ໃຫ້ການຈັດຕັ້ງຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ພະລາທິການກອງທັບ ໃນນີ້, ມີ 3 ພະແນກ, 6 ຂະແໜງ, 6 ຄະນະບໍລິຫານງານຊາວໜຸ່ມ,
143 ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ 2.903 ສະຫາຍ ຢ່າງສົມກຽດ.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 10/09/2026