
ກົມ ວສ-ປສ ການທະຫານ ເຊື່ອມຊຶມເອກະສານສໍາຄັນຕ່າງໆ

ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ເລຂາຄະນະພັກຮາກຖານ, ຫົວໜ້າກົມ ວສ-ປສ ການທະຫານ
ເປັນປະທານ ໃນລະຫວ່າງ ວັນທີ 4-5 ພະຈິກ 2026
ໃນລະຫວ່າງ ວັນທີ 4-5 ພະຈິກ 2026 ນີ້, ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ກະຊວງປ້ອງກັນປະເທດ ໄດ້ເຊື່ອມຊຶມເອກະສານ
ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເຜີຍແຜ່ຄຳສັ່ງແນະນຳ ກ່ຽວກັບກົດລະບຽບ ພັກປະຊາຊົນປະຕິວັດລາວສະໄໝທີ XII
ແລະ ເອກະສານສໍາຄັນຕ່າງໆ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ເລຂາຄະນະພັກຮາກຖານ, ຫົວໜ້າກົມ ວສ-ປສ ການ
ທະຫານ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ໃນໂອກາດນີ້, ຫົວໜ້າ-ຮອງຫົວໜ້າກົມ ໄດ້ຜັດປ່ຽນກັນເຜີຍແຜ່ເນື້ອໃນເອກະສານສຳຄັນຕ່າງໆ ດັ່ງນີ້: ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII
ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2028), ເອກະສານເນື້ອໃນສໍາຄັນ ຂອງໂຄງການການເມືອງ
ສະບັບທີ III ຂອງພັກ, ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍໃນທົ່ວກອງທັບ
ປະຊາຊົນລາວ. ການເຜີຍແຜ່ເອກະສານໃນຄັ້ງນີ້, ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ໄດ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ບັນດາເນື້ອໃນມະຕິ, ຂໍ້ກຳນົດ ແລະ ກົດ
ລະບຽບຕ່າງໆ ຢ່າງເລິກເຊິ່ງ ແລະ ເປັນເອກະພາບ ນໍາໄປຜັນຂະຫຍາຍໃຫ້ປະກົດຜົນແທ້ຈິງ.
ແຫຼ່ງຂ່າວໂດຍນາງ ພອນ ເພັດສຸລິນທອງ+ນາງ ທິບໄກສອນ ນ້ອຍສຸລິນໄຊ
ວັນທີ 10/11/2026