ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປະກາດການເລື່ອນຊັ້ນ,
ເລື່ອນທຽບຊັ້ນ ໃຫ້ພະນັກງານ-ນັກຮົບພາຍໃນກົມ


ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນປະທານກອງປະຊຸມ
ຄັ້ງວັນທີ 10/02/2026 ຢູ່ທີ່ສະໂມສອນກົມ ວສ-ປສ ການທະຫານ

    ວັນທີ 10 ຕຸລາ 2026 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ
ຊັບຊ້ອນໜ້າທີ່ໃຫ້ພະນັກງານ-ນັກຮົບພາຍໃນກົມ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ
ວິທະຍາສາດ-ປະຫວັດສາດ ການທະຫານ, ມີຫົວໜ້າຫ້ອງ, ຮອງຫ້ອງ ແລະ ພະແນກເອກະລາດ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ຜູ້
ທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພັນໂທ ໄຊຍາເພັດ ພົມຜາສຸກ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ແລະ
ກົມໃຫຍ່ການເມືອງກອງທັບວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ຊັບຊ້ອນໜ້າທີ່ໃໝ່ໃຫ້ນາຍທະຫານຢູ່ກົມວິທະຍາສາດ-ປະຫວັດ
ສາດ ການທະຫານ, ອີງຕາມກົດໝາຍຂອງນາຍທະຫານກອງທັບປະຊາຊົນລາວ ມາດຕາທີ 22 ແລະ ມາດຕາ ທີ 23 ຂອງກົດໝາຍວ່າດ້ວຍ
ນາຍທະຫານກອງທັບປະຊາຊົນລາວ ໃນນັ້ນ, ເລື່ອນຊັ້ນ ຮ້ອຍເອກຂຶ້ນຊັ້ນ ພັນຕີ ຈຳນວນ 4 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນທຽບຊັ້ນ
ພັນຕີ ຈຳນວນ 6 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈຳນວນ 1 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນທຽບຊັ້ນ ຮ້ອຍເອກ ຈຳ
ນວນ 2 ສະຫາຍ, ນອກນີ້ຍັງໄດ້ແຕ່ງຕັ້ງໜ້າທີ່ພະແນກ ແລະ ຮອງຫົວໜ້າພະແນກກົມວິທະຍາສາດ-ປະຫວັດສາດ ການທະຫານ ໃນນັ້ນໄດ້
ແຕ່ງຕັ້ງ ສະຫາຍ ພັນຕີ ບົວເງິນ ອວນສີສົມພູ ເປັນຫົວໜ້າພະແນກປະຫວັດສາດສີລະປະການທະຫານລາວ-ໂລກ, ສະຫາຍ ຮ້ອຍເອກ ດອກ
ແກ້ວ ລັດຕະນະໄຊ ເປັນຮອງຫົວໜ້າພະແນກປະຫວັດສາດສີລະປະການທະຫານລາວ-ໂລກ, ສະຫາຍ ຮ້ອຍເອກ ສາຍສະໝອນ ບົວຄຳດີ ເປັນ
ຮອງຫົວໜ້າພະແນກປະຫວັດສາດສົງຄາມ, ສະຫາຍ ຊັ້ນ1 ຍູວະນັນ ພົມພັກດີ ເຮັດໜ້າທີ່ຊ່ວຍວຽກພະແນກຂາເຂົ້າ-ຂາອອກ ແລະ ສຳເນົາ
ເອກະສານຫ້ອງການກົມວິທະຍາສາດ-ປະຫວັດສາດ ການທະຫານ.

     ໂອກາດນີ້, ສະຫາຍ ປະທານ ໄດ້ເນັ້ນໜັກໃຫ້ສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ຄັ້ງນີ້ ຍົກສູງນ້ຳໃຈຄວາມຮັບຜິດຊອບຕໍ່ໜ້າທີ່ການ
ເມືອງຂອງຕົນ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າໃນທຸກໜ້າທີ່ວຽກງານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ສຸມເຫື່ອແຮງສະຕິປັນຍາ,
ຄວາມຮູ້-ຄວາມສາມາດໃນການປະຕິບັດໜ້າທີ່ໄປພ້ອມການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 12/02/2026