
ເປີດຊຸດເຝິກອົບຮົມ ການນຳໃຊ້ເຄື່ອງອຸປະກອນວັດແທກພາຫະນະ ແລະ ເຄື່ອງ
ທົດລອງຄຸນນະພາບ ອາວຸດຍຸດໂທປະກອນ ເຕັກນິກການທະຫານ

ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ
ວັນທີ 10 ສິງຫາ 2026 ນີ້, ກົມມາດຕະຖານ ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດຊຸດເຝິກອົບຮົມການນຳໃຊ້ເຄື່ອງອຸປະກອນວັດແທກພາຫະນະ ແລະ
ເຄື່ອງທົດລອງຄຸນນະພາບ ອາວຸດຍຸດໂທປະກອນເຕັກນິກການທະຫານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ກຳມະການ
ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ອຳພາວັນ ມະນີວົງ ຫົວໜ້າກົມມາດຕະຖານ, ມີຄະ
ນະກົມ, ຄະນະຫ້ອງ, ບໍລິສັດ ອີມິນລາວ ຈຳກັດ ພ້ອມທັງວິຊາການ, ຕາງໜ້າບັນດາພະແນກການທີ່ກ່ຽວຂ້ອງ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ໄພວັນ ພົມມາ ຫົວໜ້າພະແນກອົບຮົມ ກົມເສນາເຕັກນິກ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດເປີດຊຸດອົບຮົມການນຳໃຊ້ເຄື່ອງອຸປະ
ກອນວັດແທກພາຫະນະ ແລະ ເຄື່ອງທົດລອງຄຸນນະພາບ ອາວຸດຍຸດໂທປະກອນເຕັກນິກການທະຫານ. ຈາກນັ້ນ, ສະຫາຍ ພັນເອກ ຄຳສົດ ລາດຊະພົງ
ຮອງຫົວໜ້າກົມມາດຕະຖານ ໄດ້ຜ່ານແຜນການເຝິກອົບຮົມ ຈຸດປະສົງ ເພື່ອເຮັດໃຫ້ນັກເຝິກອົບຮົມ ກຳໄດ້ບັນຫາພື້ນຖານ ຂອງການປະກອບສ້າງ, ເຄື່ອງອຸປະ
ກອນວັດແທກ ແລະ ເຄື່ອງທົດລອງ,
ໜ້າທີ່ການເຮັດວຽຂອງເຄື່ອງວັດແທກ ຕໍ່ພາຫະນະອາວຸດຍຸດໂທປະກອນເຕັກນິກຕ່າງໆ, ຮັບປະກັນການນຳໃຊ້ຖືກຂັ້ນ
ຕອນ, ຖືກຕາມຄຸນລັກສະນະເຕັກນິກ, ຂອງແຕ່ລະຊະນິດເຄື່ອງວັດແທກ, ແນໃສ່ເຮັດໃຫ້ພະນັກງານວິຊາການກຳໄດ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວ
ຈິງ, ສາມາດຄິດໄລ່ປະເມີນຜົນ ຂອງການສອບທຽບເຄື່ອງມືວັດແທກ ແລະ ຕີລາຄາແປງຂັ້ນຄຸນນະພາບເຄື່ອງມືວັດແທກຊະນິດຕ່າງໆ ທີ່ໄດ້ຜ່ານການວັດແທກ
ສອບທຽບ, ຮູ້ຈັກວິທີບົວລະບັດເກັບມ້ຽນ-ປົກປັກຮັກສາ, ເຄື່ອງອຸປະກອນດັ່ງກ່າວໃຫ້ຖືກຕ້ອງຕາມຂັ້ນຕອນ, ໃນເວລາເຄື່ອງມີບັນຫາສາມາດແກ້ໄຂ ແລະ
ສ້ອມແປງຄືນ ພ້ອມທັງຮັບປະກັນຄວາມປອດໄພໃນເວລາເຝິກອົບຮົມໄດ້ 100%. ການເຝິກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 10 ວັນ ເທົ່າກັບ 70 ຊົ່ວ
ໂມງຈຶ່ງຈະສຳເລັດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສິງ ລືເດດ ສົມບັດ ໄດ້ຮຽກຮ້ອງໃຫ້ນັກເຝິກອົບຮົມທຸກສະຫາຍ ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງ ກຳແໜ້ນທາງ
ດ້ານທິດສະດີ, ລະບຽບການຂັ້ນຕອນ, ວິທີການນຳໃຊ້ເຄື່ອງອຸປະກອນວັດແທກພາຫະນະ ແລະ ເຄື່ອງທົດລອງຄຸນນະພາບ ອາວຸດຍຸດໂທປະກອນເຕັກນິກ
ການທະຫານໃຫ້ເປັນລະບົບຄົບຊຸດ ພ້ອມທັງ, ຍາດແຍ່ງເອົາບົດຮຽນນຳວິຊາການທີ່ມາຈາກ ບໍລິສັດ ອີມິນ ລາວ ເພື່ອໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ
ຕາມແຕ່ລະເງື່ອນໄຂ ແລະ ແຕ່ລະໜ້າວຽກຕົວຈິງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ ພ້ອມທັງ, ຮັດແໜ້ນ
ຄວາມສາມັກຄີໃນໝູ່ຄະນະໃຫ້ເປັນປຶກແຜ່ນແໜ້ນໜາ ເຮັດໃຫ້ການເຝິກອົບຮົມຄັ້ງນີ້ ສຳເລັດຕາມແຜນການ ແລະ ໄດ້ຮັບຄຸນນະພາບສູງສຸດ.
ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 12/08/2026