ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປິດຂະບວນການແຂ່ງຂັນ
ກິລາມວນຊົນ ແລະ ກິລາການທະຫານ


ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ​ ໃນວັນທີ 11 ພະຈິກ 2026

     ວັນທີ 11 ພະຈິກ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປິດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ, ໂດຍການເປັນປະ
ທານຂອງສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກົມ
ກອງ, ຄະນະຮັບຜິດຊອບ ພ້ອມດ້ວຍນັກກິລາທົ່ວກົມໃຫຍ່ເສນາທິການ ເຂົ້າຮ່ວມ.

     ສະຫາຍ ພັນໂທ ອຸດົມໄຊ ແກ້ວບົວທອງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດລາຍງານ ການຈັດຕັ້ງການສ້າງຂະບວນ
ການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ທົ່ວກົມໃຫຍ່ເສນາທິການກອງທັບ, ຕະຫຼອດໄລຍະເວລາ ຂອງການແຂ່ງຂັນທີ່ເຕັມໄປດ້ວຍບັນຍາກາດ
ຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ, ມີຜົນສໍາເລັດອັນຈົບງາມ. ເຊິ່ງຜົນການແຂ່ງຂັນກິລາ ສາມາດສະຫຼຸບໄດ້ດັ່ງນີ້:
ກິລາບານສົ່ງຊາຍ ອັນດັບທີ I ແມ່ນທີມ ໂຮງຮຽນ 205, ອັນດັບທີ II ໂຮງຮຽນ 506, ອັນດັບທີ III ໂຮງຮຽນ 303 ແລະ ອັນດັບທີ IV ໂຮງຮຽນ 307,
ກິລາບານສົ່ງຍິງ ອັນດັບທີ I ແມ່ນທີມ ໂຮງຮຽນ 303, ອັນດັບທີ II ໂຮງຮຽນ 307  ອັນດັບທີ III ກອງກິລາກອງທັບ ແລະ ອັນດັບທີ IV ສູນ 523, ກິລາ
ເປຕັງປະສົມ ຍິງ-ຊາຍ, ອັນດັບທີ I ສູນບັນຊາ 761, ອັນດັບທີ II ກອງພັນເຄມີ 15, ອັນດັບທີ III ຫ້ອງການເມືອງ ແລະ ອັນດັບທີ IV ກອງຮ້ອຍ 172, ກິລາ
ກະຕໍ້ ອັນດັບທີ I ໂຮງຮຽນ 205, ອັນດັບທີ II ໂຮງຮຽນ 506, ອັນດັບທີ III ກອງພັນ 587 ແລະ ອັນດັບທີ IV ກອງຮ້ອຍ 51, ກິລານັກຮົບແຂງແຮງລວມ
ໝູ່ ອັນດັບທີ I  ໂຮງຮຽນ 307, ອັນດັບທີ II ກອງພັນ 588, ອັນດັບທີ III ໂຮງຮຽນ 205 ແລະ ອັນດັບທີ IV ໂຮງຮຽນ 506, ກິລາມ້າງປະກອບອາວຸດ
ປືນລວມໝູ່ ອັນດັບທີ I ໂຮງຮຽນ 307, ອັນດັບທີ II ໂຮງຮຽນ 205, ອັນດັບທີ III ໂຮງຮຽນ 303 ແລະ ອັນດັບທີ IV ກອງພັນ 587, ກິລາ 3 ວິຊາການ
ທະຫານສົມທົບ ລວມໝູ່ ອັນດັບທີ I ໂຮງຮຽນ 205, ອັນດັບທີ II ໂຮງຮຽນ 506, ອັນດັບທີ III ກອງພັນ 587 ແລະ ອັນດັບທີ IV ກົມກໍາລັງພົນ, ຜ່ານສິ່ງ
ກີດຂວາງລວມໝູ່ ອັນດັບທີ I ໂຮງຮຽນ 205, ອັນດັບທີ II ໂຮງຮຽນ 506, ອັນດັບທີ III ໂຮງຮຽນ 303 ແລະ ອັນດັບທີ IV ກອງພັນ 511, ກິລານັກຮົບ
ແຂງແຮງ ບຸກຄົນ ອັນດັບທີ I ກອງພັນ 588, ອັນດັບທີ II ໂຮງຮຽນ 307, ອັນດັບທີ III ໂຮງຮຽນ 307 ແລະ ອັນດັບທີ IV ໂຮງຮຽນ 205, ກິລາມ້າງປະ
ກອບອາວຸດປືນ ບຸກຄົນ ອັນດັບທີ I ໂຮງຮຽນ 307, ອັນດັບທີ II ໂຮງຮຽນ 205, ອັນດັບທີ III ແລະ ອັນດັບທີ IV ໂຮງຮຽນ 307, ກິລາ 3 ວິຊາການທະ
ຫານສົມທົບ ບຸກຄົນ ອັນດັບທີ I ໂຮງຮຽນ 205, ອັນດັບທີ II ໂຮງຮຽນ 506, ອັນດັບທີ III ໂຮງຮຽນ 205 ແລະ ອັນດັບທີ IV ກອງພັນ 587, ຜ່ານສິ່ງ
ກີດຂວາງ ບຸກຄົນ, ອັນດັບທີ I ໂຮງຮຽນ 205, ອັນດັບ II ໂຮງຮຽນ 303, ອັນດັບທີ III ໂຮງຮຽນ 506 ແລະ ອັນດັບທີ IV ໂຮງຮຽນ 205. ຕາງໜ້າມອບ
ລາງວັນໃຫ້ນັກກິລາ ໂດຍ ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 12/11/2026