ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ປະຈຳໄຕມາດ II


ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ວັນທີ 9 ກໍລະກົດ 2026 ນີ້, ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມຄົບຄະນະ ປະຈໍາໄຕມາດ II
ແລະ ວາງທິດທາງແຜນການ ປະຈໍາໄຕມາດ III ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ກໍາມະການ
ຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍຄະນະປະຈຳພັກ ແລະ ຄະນະບໍລິຫານ
ງານພັກ ອົງການກົມໃຫຍ່ເຕັກນິກກອງທັບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຄໍາສິງ ລືເດດສົມບັດ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ
ໄດ້ຜ່ານບົດສະຫຼຸບການນຳພາ ຂອງຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ປະຈຳໄຕມາດ II ແລະ ທິດທາງແຜນການ ປະຈໍາໄຕ
ມາດ III, ເຊິ່ງຄະນະພັກ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາບັນດາກົມກອງ ຈັດຕັ້ງປະຕິບັດວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ,
ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ບັນດາກົມກອງຢ່າງທັນການ, ຊີ້ນໍາບັນດາກົມກອງ ຈັດຕັ້ງປະຕິບັດຄໍາສັ່ງແຈ້ງການຕ່າງໆ
ຂອງລັດຖະບານ, ຂອງກະຊວງປ້ອງກັນປະເທດ, ເປັນເຈົ້າການຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງ
ທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະ
ພັກກົມໃຫຍ່ເຕັກນິກ ເຂົ້າໃນໜ້າທີ່ການເມືອງຂອງກົມກອງ, ໂຄສະນາປາຖະກະຖາບັນດາວັນສໍາຄັນຂອງພັກຂອງຊາດ, ເຜີຍແຜ່ບັນດາມະ
ຕິຄໍາສັ່ງຕ່າງໆ ຂອງພັກ ຂອງຊາດຢ່າງມີເນື້ອໃນເລິກເຊິ່ງກວ້າງຂວາງ, ໃນນີ້ ໄດ້ນໍາພາ-ຊີ້ນໍາຢ່າງໃກ້ຊິດ ເພື່ອຮັບປະກັນເຮັດໃຫ້ ການຈັດຕັ້ງ
ພັກ-ສະມາຊິກພັກ ມີຄວາມໜັກແໜ້ນ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນໍາ ໃນການປັບປຸງກໍ່ສ້າງພັກ, ເພື່ອນໍາພາ-ຊີ້ນໍາຂົງເຂດຄວາມ
ຮັບຜິດຊອບ ມີຜົນສໍາເລັດຕາມແຜນການ. ນອກນັ້ນ, ຍັງໄດ້ຊີ້ນໍາການປັບປຸງກໍ່ສ້າງຂະແໜງການເຕັກນິກ ໃຫ້ບັນລຸຕາມວິໃສທັດຂອງຕົນ ໃນ
ນີ້, ໄດ້ປະກາດສ້າງຕັ້ງກອງພັນສ້ອມແປງເຄື່ອນທີ່ ເລກ 1, ເລກ 2, ປະກາດແຕ່ງຕັ້ງພະນັກງານເຕັກນິກ ຢູ່ກອງບັນຊາການທະຫານແຂວງສະ
ຫວັນນະເຂດ, ຄຽງຄູກັບວຽກງານວິຊາສະເພາະ ຍັງໄດ້ສ້າງພາລາທິການກັບທີ່ ໂດຍການປູກ-ການລ້ຽງເປັນຫຼັກເພື່ອປ້ອນຊີ້ນ ແລະ ຜັກເຂົ້າ
ເຮືອນຄົວລວມ ຮັບປະກັນໄດ້ຕາມຂໍ້ກໍານົດຂັ້ນເທິງວາງອອກ ໃນມື້ໜຶ່ງກິນເຂົ້າ 3 ຄາບປົກກະຕິ, ອາຫານ 3 ເຍື່ອງຂຶ້ນໄປ ແລະ ເອົາໃຈໃສ່ຄຸ້ມ
ຄອງບົວລະບັດປົກປັກຮັກສາພາຫະນະເຕັກນິກ ທີ່ຮັບໃຊ້ເຂົ້າໃນການລໍາລຽງຂົນສົ່ງ ແລະ ການຕ້ານໄພພິບັດທໍາມະຊາດ ໄດ້ທ່ວງທັນກັບສະ
ພາບ, ເອົາໃຈໃສ່ບົວລະບັດປົກປັກຮັກສາຂອບເຂດຄ້າຍຄູ ເຮືອນນອນໂສດ, ຫ້ອງການ, ສະໂມສອນ, ຫ້ອງນໍ້າ, ລະບົບໄຟຟ້າ-ນໍ້າໃຊ້ ສະຖານ
ທີ່ຕ່າງໆ ຮັບປະກັນໃຫ້ມີຄວາມສະອາດງາມຕາ. ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ສາມາດຍາດໄດ້ຜົນງານຫຼາຍດ້ານ
ເປັນຕົ້ນແມ່ນໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ຈໍານວນ 4 ສະຫາຍ ແລະ ຫຼຽນກາລະນຶກ 50 ປີ 1.425 ສະຫາຍ. ຈາກນັ້ນ, ບັນດາຜູ້ແທນກອງ
ປະຊຸມ ໄດ້ປະກອບຄຳຄິດເຫັນແລກປ່ຽນຖອດຖອນບົດຮຽນຢ່າງກົງໄປກົງມາ ເພື່ອປັງປຸງບັນດາຂໍ້ຄົງຄ້າງ ແລະ ສົ່ງເສີມດ້ານດີ ແນໃສ່ສ້າງໃຫ້
ຂະແໜງການເຕັກນິກ ກາຍເປັນກົມກອງທີ່ມີລະບຽບແບບແຜນທັນສະໄໝຮອບດ້ານ.

ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 13/07/2026