
ປະກາດການ ແຕ່ງຕັ້ງສະພາ ວສ-ປສ ການທະຫານ ຂັ້ນຮາກຖານ
ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ

ພິທີ ປະກາດການ ແຕ່ງຕັ້ງສະພາ ວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ຂັ້ນຮາກຖານ ຢູ່ກອງບັນຊາການທະຫານແຂວງ
ບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າ
ກົມ ວສ-ປສ ການທະຫານ ກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະ
ຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງ ກົມ ວສ-ປສ ການທະຫານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນ
ປະເທດ ວ່າດ້ວຍການແຕ່ງຕັ້ງສະພາ ວສ-ປສ ການທະຫານ ຂັ້ນຮາກຖານ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ຄື: ແຕ່ງຕັ້ງ ສະຫາຍ ພັນ
ເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ເປັນປະທານ, ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການເມືອງ ເປັນຮອງປະ
ທານ, ສະຫາຍ ພັນຕີ ບຸນເຖິງ ເຂັມສະຫວັນ ຮັກສາການ ຫົວໜ້າພະແນກ ວສ-ປສ ການທະຫານ ເປັນຜູ້ປະຈຳການ, ສະຫາຍ ພັນໂທ ວຽງ
ສະຫວັນ ຄໍາມະນີຫຼ້າ ຫົວໜ້າຫ້ອງການ ແລະ ບໍລິຫານ, ສະຫາຍ ພັນໂທ ສູນທອນ ເຈຕິໂລ ຫົວໜ້າຫ້ອງພະລາ, ສະຫາຍ ພັນໂທ ຄໍາໄພ ທິບ
ບົວວັນ ຫົວໜ້າຫ້ອງເຕັກນິກ, ສະຫາຍ ພັນໂທ ບຸນນອງ ອະໄພ ຫົວໜ້າຫ້ອງຊາຍແດນ, ສະຫາຍ ພັນໂທ ຊອງແກ້ວ ສົມມະສັກ ຮອງຫົວໜ້າ
ຫ້ອງເສນາ, ຊີ້ນໍາວຽກງານສູ້ຮົບ ແລະ ສະຫາຍ ພັນໂທ ສັນທະວີໄຊ ເໝືອນໄຊຍະມາດ ຫົວໜ້າພະແນກການເງິນ ເປັນຄະນະ.
ແຫຼ່ງຂ່າວໂດຍ ນີ່ ທຳມະວົງ
ວັນທີ 13/08/2026