
ກອງພົນທີ 3 ປະກາດລຸລ່ວງນາຍທະຫານພັກການ ເພື່ອກຽມຮັບບໍານານ

ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ,
ຫົວໜ້າການເມືອງ ກອງພົນທີ 3 ເປັນປະທານກອງປະຊຸມ ຄັ້ງວັນທີ 12/05/2026
ວັນທີ 12 ພຶດສະພາ 2026 ນີ້, ກອງພົນທີ 3 ໄດ້ຈັດພິທີປະກາດລຸລ່ວງໃຫ້ນາຍທະຫານພັກການ ເພື່ອເຂົ້າຮັບບໍານານ ໂດຍການ
ເປັນປະທານຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນ
ທີ 3 ມີຄະນະຫ້ອງ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານທີ່ພັກການ ເພື່ອກຽມເຂົ້າຮັບບໍານານ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ
ໃຫ້ນາຍທະຫານຢູ່ກອງພົນທີ 3 ພັກການ ເພື່ອກຽມຮັບບໍານານ, ອີງຕາມ ມາດຕາ 33 ແລະ 34 ພາກທີ III ໝວດທີ 1 ຂອງກົດໝາຍ
ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ກະຊວງປ້ອງກັນປະເທດ ໄດ້ຕົກລົງໃຫ້ນາຍທະຫານກອງພົນທີ 3 ພັກການ
ເພື່ອກຽມເຂົ້າຮັບບໍານານຈໍານວນ 12 ສະຫາຍ, ຂັ້ນພັນໂທ 9 ສະຫາຍ, ພັນຕີ 2 ສະຫາຍ, ຮ້ອຍເອກ 1 ສະຫາຍ.
ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍແຕ່ລະສະຫາຍທີ່ໄດ້ສຸມສະ
ຕິປັນຍາອຸທິດເຫື່ອແຮງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດສໍາເລັດໜ້າທີ່ ທີ່ພັກ-ລັດ
ກໍ່ຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ພ້ອມທັງເນັ້ນໜັກໃຫ້ແຕ່ສະຫາຍຈົ່ງສືບຕໍ່ຮັກສາທາດແທ້ມູນເຊື້ອປະຕິວັດ, ເປັນຫຼັກແຫຼ່ງສຶກສາ
ອົບຮົມລູກຫຼານໃຫ້ປະຕິບັດລະບຽບກົດໝາຍຂອງບ້ານໃຫ້ເປັນປົກກະຕິ ພ້ອມກັນປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານອົງ
ການປົກຄອງທ້ອງຖິ່ນຕາມຄວາມສາມາດຂອງຕົນ, ເປັນແບບຢ່າງທີ່ດີໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວ
ຂຶ້ນຢ່າງໝັ້ນຄົງ.
ແຫຼ່ງຂ່າວໂດຍ ຄໍາຜຸຍ ສີວິໄລ
ວັນທີ 14/05/2026