ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ລາວ-ຈີນ ສ້າງຄູ່ຮ່ວມຊະຕາກຳທີ່ເຂັ້ມແຂງໜຽວແໜ້ນ
ໃນທຸກສະພາບການຂອງຍຸກໃໝ່


ກອງ​ປະຊຸມພົບ​ປະວຽກງານ​ຊາຍ​ແດນ​ລະຫວ່າງ 2 ກອງທັບ ລາວ-ຈີນ ຄັ້ງ​ທີ ຄັ້ງທີ V ​ໃນວັນທີ 13 ຕຸລາ 2026 

     ວັນທີ 13 ຕຸລາ 2026 ນີ້, ຢູ່ທີ່ດ່ານສາກົນບໍ່ເຕ່ນ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ສປປ ລາວ ໄດ້ຈັດກິດຈະກໍາ ພົບປະຊາຍແດນ ຂອງສອງກອງທັບ
ລາວ-ຈີນ, ຈີນ-ລາວ ຄັ້ງທີ V, ຝ່າຍລາວ ນໍາໂດຍສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິ
ການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ຝ່າຍຈີນ ນໍາໂດຍ ສະຫາຍ ພົນໂທ ຫວັງ ສຽງເຟິງ ຮອງຜູ້ບັນຊາການ, ຫົວໜ້າເສນາທິການເຂດສູ້ຮົບພາກໃຕ້
ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ.

     ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ຄະນະຜູ້ແທນທັງສອງຝ່າຍ ໄດ້ປັກຫຼັກໝາຍຊາຍແດນແລະ ແຕ້ມສີຫຼັກໝາຍຊາຍແດນ ຫຼັກທີ 29 ຢູ່ດ່ານ
ສາກົນບໍ່ເຕນ. ຈາກນັ້ນ, ຄະນະທັງສອງຝ່າຍ ໄດ້ເດີນທາງໄປກອງຮ້ອຍຊາຍແດນ 315, ພາຍຫຼັງໄດ້ຮັບຟັງການລາຍງານສະພາບໂດຍສັງເຂບແລ້ວ ຄະນະຜູ້ແທນ
ໄດ້ຊົມພາຫະນະເຕັກນິກ ແລະ ອາວຸດຍຸດໂທປະກອນ, ຢ້ຽມຊົມຫ້ອງສະໝຸດ, ຮັບຊົມວີດີໂອສັ້ນກ່ຽວກັບການສ້າງສາຍພົວພັນ ລາວ-ຈີນ ຄົບຮອບ 65 ປີ ແລະ
ຮັບຊົມການຫັດແອບສາທິດເຝິກຊ້ອມສະແດງບິນໂດຣນໃນການໂຈມຕີຕື່ມອີກ. ພ້ອມດຽວກັນນັ້ນ, ຄະນະທັງສອງຝ່າຍ ຍັງໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ
ລາວ-ຈີນ ແລະ ເດີນທາງໄປຢ້ຽມຢາມໂຮງຮຽນປະຖົມຊີຫວ້າງ ເພື່ອມອບເຄື່ອງຊ່ວຍເຫຼືອ ແລະ ອຸປະກອນການຮຽນໃຫ້ແກ່ນັກຮຽນ ແລະ ຄູ-ອາຈານໂຮງຮຽນ
ດັ່ງກ່າວ ຕື່ມອີກ. ຫຼັງຈາກສຳເລັດບັນດາກິດຈະກຳປິ່ນອ້ອມ ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ຢູ່ທີ່ ເມືອງຫຼ້າ ແຂວງຢຸນ
ນານ ສປ ຈີນ,ເຊິ່ງພ້ອມກັນຕີລາຄືນກ່ຽວກັບຜົນສຳເລັດການຮ່ວມມືໃນໄລຍະຜ່ານມາ,ສຳລັບການຈັດກິດຈະກຳພົບປະວຽກງານຊາຍແດນລະຫວ່າງສອງກອງທັບ
ລາວ-ຈີນ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຈະເປັນຂີດໝາຍທີ່ສຳຄັນ ໃນຂົງເຂດວຽກງານປ້ອງກັນຊາດ, ເຊິ່ງເປັນການສືບຕໍ່ຮ່ວມມື
ເສີມຂະຫຍາຍ
ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືສອງກອງທັບ ລາວ-ຈີນ ໃຫ້ຈະເລີນງອກງາມຍິ່ງໆ ຂຶ້ນ, ທັງເປັນການປະ
ກອບສ່ວນອັນສຳຄັນ ໃນ
ການປົກປັກຮັກສາຊາຍແດນ ຂອງສອງປະເທດ ໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມໝັ້ນຄົງ, ຍືນຍົງ, ສ້າງເງື່ອນໄຂອັນດີໃຫ້ປະຊາຊົນສອງຊາດ ສາມາດ
ໄປມາຫາສູ່ກັນເປັນປົກກະຕິ ແລະ ພ້ອມກັນສ້າງຄູ່ຮ່ວມຊະຕາກຳ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່.

ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 14/10/2026