ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ຢູ່ໂຮງໝໍສູນກາງ 103 ກອງທັບ


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ວັນທີ 13 ຕຸລາ 2026 ນີ້, ຢູ່ສະໂມສອນ ໂຮງໝໍສູນກາງ 103 ກອງທັບ ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ໂດຍການເປັນປະທານເຜີຍ
ແຜ່ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ
ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ, ຄະນະ
ຫ້ອງ, ພະແນກການ, ແພດ-ໝໍ ແລະ ພະນັກງານ-ນັກນົບ ເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເຜີຍແຜ່ກົດລະບຽບ ຂອງກົດລະບຽບກອງທັບປະຊາຊົນລາວ ເຊິ່ງປະກອບມີ 16 ພາກ ແລະ 299 ມາດຕາ
ເພື່ອເຮັດໃຫ້ພະນັກງານ-ນັກຮົບທຸກສະຫາຍ ໄດ້ຍຶດຖືເປັນບ່ອນອີງທາງດ້ານກົດໝາຍ, ເຂົ້າໃຈເຖິງສິດ, ພັນທະ, ພາລະບົດບາດ ແລະ ລະບຽບວິໄນອັນເຂັ້ມງວດ
ຂອງກອງທັບ. ສະຫາຍ ປະທານ ຍັງໄດ້ເນັ້ນໜັກວ່າ: ການເຜີຍແຜ່ເຊື່ອມຊຶມກົດລະບຽບໃນຄັ້ງນີ້ ມີຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ການປັບປຸງແບບແຜນວິທີເຮັດວຽກ,
ການສ້າງກອງທັບໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ເຂັ້ມແຂງ ແລະ ທັນສະໄໝ ໂດຍສະເພາະ ແມ່ນການນຳເອົາລະບຽບວິໄນດັ່ງກ່າວໄປໝູນໃຊ້ເຂົ້າໃນການປະ
ຕິບັດໜ້າທີ່ວິຊາສະເພາະ ເວົ້າລວມ, ເວົ້າສະເພາະແມ່ນດ້ານການປິ່ນປົວ ແລະ ເບິ່ງແຍງສຸຂະພາບຂອງພະນັກງານ, ທະຫານ ແລະ ປະຊາຊົນ ໃຫ້ມີຄຸນນະພາບ, ມີ
ຈັນຍາບັນ, ຈັນຍາທຳ ເພື່ອຮັບປະກັນປະສິດທິຜົນສູງສຸດ.

ແຫຼ່ງຂ່າວໂດຍ ໂຊກທະວີ ແກ້ວບຸດຕະລາດ
ວັນທີ 15/10/2026