ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະອະນຸກຳມະການ ວຽກງານປ້ອງກັນຊາດ ລົງເຄື່ອນໄຫວຊຸກຍູ້ກະກຽມຄວາມພ້ອມ
ວັນເລືອກຕັ້ງ ສສຊ ແລະ ສສຂ ຢູ່ແຂວງອັດຕະປື


ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ
ເປັນປະທານກອງປະຊຸມ ຄັ້ງວັນທີ 11/02/2026

    ໃນວັນທີ 11 ກຸມພາ 2026 ນີ້, ຄະນະອະນຸກຳມະການວຽກງານປ້ອງກັນວັນເລືອກຕັ້ງລະດັບຊາດເຄື່ອນໄຫວຊຸກຍູ້ ຄວາມພ້ອມປ້ອງ
ກັນວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ໃຫ້ກຳລັງຫຼວງ ແລະ ທ້ອງຖິ່ນ ຢູ່ແຂວງອັດ
ຕະປື ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະ
ເທດ, ຕາງໜ້າຄະນະອະນຸກຳມະການວຽກງານ ປກຊ-ປກສ, ລົງຄື່ອນໄຫວຊຸກຍູ້ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X
ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງທີ 17 ແຂວງອັດຕະປື, ໂດຍມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ
ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ພ້ອມບັນດາອະນຸກຳມະການ, ຄະນະຮັບຜິດຊອບ ວຽກງານ ປກສ-ປກຊ ເເລະ ພາກ
ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຄະນະປະຈໍາພັກແຂວງ ເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງ ກອງບັນຊາການທະ
ຫານແຂວງອັດຕະປື ໄດ້ລາຍງານຫຍໍ້ ສະພາບການກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຊ ຊຸດທີ V ເຊິ່ງມີຫລາຍວຽກທີ່ເຮັດສໍາເລັດ
ຕາມແຜນການທີ່ໄດ້ກໍານົດໄວ້, ໄດ້ກຳນົດບັນດາໜ້າວຽກຕ່າງໆ ໄດ້ຮັບການແຕ່ງຕັ້ງຈາກປະທານຄະນະຊີ້ນໍາການປ່ອນບັດເລືອກຕັ້ງຂັ້ນແຂວງ
ແລະ ຄະນະກອງບັນຊາການທະຫານແຂວງ ໄດ້ມີຄວາມເປັນເອກະພາບ ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ໜ່ວຍປ່ອນບັດເລືອກຕັ້ງ
ເຊິ່ງມີ 9 ໜ່ວຍ, ໃນນັ້ນມີໜ່ວຍປ່ອນບັດຄົງທີ່ 1 ໜ່ວຍ, ໜ່ວຍເຄື່ອນທີ່ 8 ໜ່ວຍ ແລະ ກອງເລຂາ 1 ຄະນະ. ໄດ້ແບ່ງໜ້າທີ່ຄວາມຮັບຜິດ
ຊອບແຕ່ລະພາກສ່ວນຢູ່ແຕ່ລະເຂດ ພາຍໃນແຂວງອັດຕະປື ເພື່ອຮັກສາຄວາມສະຫງົບປອດໄພ ພ້ອມນີ້, ຍັງໄດ້ເນັ້ນໜັກໃຫ້ກຳລັງ ປກຊ-ປກສ
ທີ່ລົງຮາກຖານປະຈຳຢູ່ ກຸ່ມບ້ານ ລົງເລິກນຳບັນດາບ້ານ, ເພື່ອຮັບປະກັນຄວາມສະຫງົບ ຢູ່ໃນຂົງເຂດຄວາມຮັບຜິດຊອບບ້ານຂອງຕົນ, ພ້ອມ
ທັງມີການກວດກາ ການພັກເຊົາຂອງພົນລະເມືອງລາວ ຫຼື ຊາວຕ່າງຊາດ ທີ່ມາພັກເຊົາ ຢູ່ພາຍໃນບ້ານ ເພື່ອຕິດຕາມ ແລະ ກຳໄດ້ບຸກຄົນ. ທັງ
ນີ້ກໍເພື່ອແນ່ໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍແຂວງ, ເມືອງ ແລະ ບ້ານ ໃຫ້ມີຄວາມສະຫງົບປອດໄພ ໂດຍພື້ນຖານ.
ເພື່ອປະກອບສ່ວນເຮັດໃຫ້ວັນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ມີບັນຍາກາດຟົດຟື້ນ ຮັກສາໄດ້ຄວາມສະຫງົບປອດໄພ. ຈາກ
ນັ້ນ, ຜູ້ເຂົ້າຮ່ວມກອງຊຸມໄດ້ຜັດປ່ຽນກັນມີຄຳເຫັນໃສ່ເນື້ອໃນບົດວຽກງານປ້ອງກັນດັ່ງກ່າວໃຫ້ມີຄວາມສົມບູນຂຶ້ນພ້ອມກັນເປັນເຈົ້າການເຮັດ
ໜ້າທີ່ວຽກງານປ້ອງກັນຄວາມສະຫງົບຮ່ວມກັນ, ມີສະຕິເຄົາຮົບຕໍ່ລະບຽບກົດໝາຍ ຂອງບ້ານເມືອງ ກໍຄື ຂອງ ພັກ-ລັດ ວາງອອກຢ່າງເຂັ້ມງວດ.
ແນໃສ່ເຮັດໃຫ້ວັນເລືອກຕັ້ງ ສສຊ ແລະ ສສຂ ທີ່ຈະມາເຖິງໃນມໍ່ໆນີ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ, ຮັກສາໄດ້ຄວາມສະຫງົບ, ໃຫ້ພໍ່-ແມ່
ປະຊາຊົນ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າໃຈເລິກເຊິ່ງກ່ຽວກັບການເລືອກຕັ້ງ ແລະ ຈັດຕັ້ງນຳພາຜູ້ມີສິດເລືອກຕັ້ງ ນຳໃຊ້
ສິດໄປບ່ອນບັດເລືອກຕັ້ງຢ່າງຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ.

ແຫຼ່ງຂ່າວໂດຍ ຕິ໋ມພອນ
ວັນທີ 16/02/2026