
ກມທ ເຜີຍແຜ່, ເຊື່ອມຊຶມ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຮອງຫົວໜ້າ ກມທ, ມີຄະນະພັກກົມໃຫຍ່ ເປັນປະທານ ຄັ້ງວັນທີ ວັນທີ 15 ກັນຍາ 2026
ວັນທີ 15 ກັນຍາ 2026 ນີ້, ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ
ພັກປະຊາຊົນ ປະຕິວັດລາວ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ,
ຮອງຫົວໜ້າ ກມທ, ມີຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາ ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງ ທົ່ວອົງການ ກມທ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ອຳພອນ ສຸກວິໄຊ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກມທ ໄດ້ເຜີຍແຜ່ເອກະສານສຳຄັນ ຂອງມະຕິກອງ
ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງໄດ້ຍົກໃຫ້ເຫັນເຖິງເນື້ອໃນຕົ້ນຕໍ, ທິດທາງວິໄສທັດ, ທັດສະນະ ແລະ ຄາດໝາຍສູ້ຊົນ ໃນການສ້າງສາ ແລະ ພັດທະນາ
ປະເທດຊາດ ໃນໄລຍະໃໝ່ ໃຫ້ພະນັກງານ-ສະມາຊິກພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ທັງນີ້, ເພື່ອປະຕິບັດຕາມຄໍາສັ່ງ ຂອງຄະນະເລຂາທິການສູນ
ກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີປະສິດທິຜົນ ເພື່ອ
ສ້າງຄວາມເຂົ້າໃຈເປັນເອກະພາບ, ຜັນຂະຫຍາຍ ໃຫ້ແທດເໝາະກັບສະພາບຕົວຈິງ ແລະ ຜັນແປໃຫ້ເກີດການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ
ໃຫ້ແກ່ພະນັກງານ-ສະມາຊິກພັກ, ທັງເປັນການຍົກສູງຄວາມຮັບຜິດຊອບ ໃນການຫັນແນວທາງ, ແຜນນະໂຍບາຍ ແລະ ເປົ້າໝາຍສູ້ຊົນ ໄປຜັນຂະຫຍາຍ
ໃຫ້ເປັນຮູບປະທຳ.
ໂອກາດນີ້, ສະຫາຍ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ທຸກຂັ້ນ ແລະ ພະນັກງານຫຼັກແຫຼ່ງທຸກສະຫາຍ ຈົ່ງພ້ອມກັນຍົກສູງ
ຄວາມຮັບຜິດຊອບ ທາງດ້ານການເມືອງ, ເອົາໃຈໃສ່ກຳເອົາອຸດົມການ ແລະ ເນື້ອໃນ ຂອງມະຕິຢ່າງກວ້າງຂວາງເລິກເຊິ່ງ, ຫັນເອົາເນື້ອໃນມະຕິເຂົ້າໃນການປັບ
ປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ, ສ້າງແຜນການ, ແຜນງານ ອັນລະອຽດ ເຂົ້າໃນການປະຕິບັດໜ້າທີ່ວຽກງານ, ການຄົ້ນຄວ້າ ແລະ ການຄຸ້ມຄອງ-ບໍລິ
ຫານ ໃຫ້ມີຜົນສຳເລັດສູງ ເພື່ອສ້າງກອງທັບ ໃຫ້ມີຄວາມເຂັ້ມ ແຂງ, ທັນສະໄໝ ແລະ ເປັນກຳລັງອັນແໜ້ນແກ່ນ ຂອງພັກຢ່າງແທ້ຈິງ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 16/09/2026