ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ
ສົກປີ
2026-2027


ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​​ເປັນ​ປະທານ ໃນວັນທີ 13 ພະຈິກ 2026

     ວັນທີ 13 ພະຈິກ 2026 ນີ້, ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ມີພິທີ ເປີດການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ສົກປີ
2026-2027 ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໂດຍການເປັນປະທານຮ່ວມ ຂອງສະ
ຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ແກ້ວວິໄລ ໄຊຍະບຸດ ປະທານແນວລາວສ້າງຊາດແຂວງຄໍາມ່ວນ ແລະ ສະ
ຫາຍ ພັນເອກ  ເຊຣເກ  ອາບຣາມົບ ຫົວໜ້າຄະນະຜູ້ແທນ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງ
ກັນປະເທດ, ການນຳແຂວງຄຳມ່ວນ, ອໍານາດການປົກຄອງເມືອງຍົມມະລາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ວິລະພົງ ໄຊຍະນິກອນ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າກອງເລຂາ ຮ່ວມມືກວດກູ້ລະເບີດ
ບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ໄດ້ລາຍງານແຜນການຮ່ວມມື ສົກປີ 2026-2027,  ເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ກະຊວງ
ປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໃນດ້ານວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເພື່ອມະນຸດສະ
ທໍາ ໃນສົກປີ 2026-2027 ໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງ, ເພື່ອປົດປ່ອຍເນື້ອທີ່ດິນໃຫ້ພົ້ນຈາກຄວາມອັນຕະລາຍຂອງບັນຫາລະເບີດບໍ່ທັນ
ແຕກ ທີ່ຕົກຄ້າງຈາກສົງຄາມອອກຈາກພື້ນທີ່ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງກະຊວງປ້ອງກັນປະເທດ, ເພື່ອເປັນການປະ
ກອບສ່ວນໃນການປະຕິບັດຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ກາຍເປັນເສັ້ນທາງກ້າວສູ່ຄວາມປອດໄພ ດັ່ງນັ້ນ,
ຄະນະວິຊາການ ກອງກວດກູ້ລະເບີດ ເພື່ອມະນຸດສະທຳ ກອງທັບປະຊາຊົນລາວ ຮ່ວມກັບ ຄະນະວິຊາການ ສູນກວດກູ້ມິນສາກົນ ກໍາລັງປະກອບອາວຸດ ແຫ່ງ
ສ ຣັດເຊຍ ໄດ້ສົມທົບກັບຄະນະວິຊາການ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄຳມ່ວນ ເຄື່ອນໄຫວສໍາຫຼວດ ແລະ ເກັບກຳຂໍ້ມູນ ໄປຄົ້ນ
ຄວ້າວາງແຜນການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ເຊິ່ງເມືອງຍົມມະລາດມີ 2 ພື້ນທີ່ ທີ່ມີລະເບີດບໍ່ທັນ
ແຕກ ລວມເນື້ອທີ່: 25 ເຮັກຕາ ໃນນັ້ນ, ພື້ນທີ 1: ຂອບເຂດໜ້າປາກຖ້ຳ 7 ແຫ່ງ, ມີເນື້ອທີ່ 7 ເຮັກຕາ, ພື້ນທີ 2: ຂອບເຂດສະໜາມຫັດແອບ ຂອງກອງບັນຊາ
ການທະຫານເມືອງຍົມມະລາດ ມີເນື້ອທີ່ 18 ເຮັກຕາ. ການກວດກູ້ຄັ້ງນີ້ ມີກໍາລັງເຂົ້າຮ່ວມ ໃນການຈັດຕັ້ງເກັບກູ້ລະເບີດ ຕາມແຜນການທັງໝົດ 102 ຄົນ ເຊິ່ງ
ລວມມີ: ຄະນະຮັບຜິດຊອບຊີ້ນໍາລວມ, ກອງເລຂາ, ພາກສ່ວນຮັບຜິດຊອບວຽກງານປ້ອງກັນ ແລະ ຄວາມປອດໄພ, ວຽກງານການເມືອງ, ພະລາທິການ, ເຕັກນິກ,
ກອງບັນຊາການທະຫານອາກາດ, ກົມພົວພັນຕ່າງປະເທດ, ນັກເຝິກອົບຮົມ, ກຳລັງກວດກູ້ ສູນ 523, ກຳລັງກວດກູ້ ສ ຣັດເຊຍ  ແລະ ອົງການປົກຄອງທ້ອງຖິ່ນ.
ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ຍົກໃຫ້ເຫັນບາງເນື້ອໃນສໍາຄັນ, ປະກອບຄໍາຄິດຄໍາເຫັນ ແລະ ກ່າວເປີດພິທີດັ່ງກ່າວ ຢ່າງເປັນທາງການ.

ແຫຼ່ງຂ່າວໂດຍ ພຸດທະພອນ
ວັນທີ 16/11/2026