
ວິທະຍາຄານເຕັກນິກການທະຫານໄຂສົກຮຽນໃໝ່ 2026-2027

ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ
ເປັນປະທານ ໃນວັນທີ 16 ກັນຍາ 2026
ວັນທີ 16 ກັນຍາ 2026 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ຈັດພິທີ ໄຂສົກຮຽນໃໝ່ 2026-2027, ໂດຍການເປັນປະທານ ຂອງສະ
ຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຕາງໜ້າກົມວິຊາ
ສະເພາະ
ທີ່ກ່ຽວຂ້ອງ, ຄະນະພັກ-ຄະນະອໍານວຍການ ວິທະຍາຄານ, ຫ້ອງ, ກົມກອງອ້ອມຂ້າງ, ພະນັກງານຄູ-ອາຈານ, ກອງພັນ ແລະ ນັກສຶກສາ ເຂົ້າຮ່ວມ.
ໃນພິທີ ຫຼັງຈາກຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກໜ່ວຍສິລະປະ-ວັນນະຄະດີ ສະໝັກຫຼິ້ນ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ຈັນສະໝອນ
ລັດສະໄໝ ຫົວໜ້າກົົມເສນາ-ເຕັກນິກ ກົມໃຫຍ່ເຕັກນິິກກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດເປີດສົກຮຽນໃໝ່
2026-2027 ຢູ່ ວຕກ ເພື່ອສືບຕໍ່ປະຕິບັດແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດ ຂອງພັກ-ລັດ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງອົງ
ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືວິໄສທັດຮອດປີ 2030. ພ້ອມນັ້ນ, ສະຫາຍ ພັນໂທ ບຸນທະວີ ສີວິໄລ ຮອງອໍານວຍການ, ຫົວໜ້າຫ້ອງອົບ
ຮົມ ໄດ້ຜ່ານບົດລາຍງານ ແລະ ທິດທາງແຜນການອົບຮົມກໍ່ສ້າງນັກສຶກສາ ຢູ່ ວຕກ ສົກຮຽນ 2026-2027 ໂດຍໄດ້ຮັບມອບໝາຍ ຈາກກະຊວງປ້ອງກັນ
ປະເທດໃຫ້ອົບຮົມບໍາລຸງ ແລະ ກໍ່ສ້າງ 5 ເປົ້າໝາຍ ຄື: ເຕັກນິກລົດໂອໂຕ ລະດັບຊັ້ນກາງ, ເຕັກນິກຍຸດໂທ ລະດັບຊັ້ນກາງ, ເຕັກນິກລົດຕັງ-ຫຸ້ມເກາະ ລະດັບ
ຊັ້ນກາງ, ບໍາລຸງເສນາເຕັກນິກ, ປະລິນຍາໂທ ເສນາ-ເຕັກນິກ, ລວມນັກສຶກສາໃໝ່ ທັງໝົດ ມີ 161 ສະຫາຍ ໂດຍແມ່ນພະນັກງານ-ນັກຮົບ ເຕັກນິກ ທີ່ຢູ່
ພາຍໃນວິທະຍາຄານ ແລະ ມາຈາກກໍາລັງຫຼວງ-ກໍາລັງທ້ອງຖິ່ນ ທົ່ວກອງທັບ ທີ່ໄດ້ຮັບການຄັດເລືອກມາຈາກພາກສ່ວນຕ່າງໆ ຕາມຄວາມຮຽກຮ້ອງຕ້ອງ
ການ ຂອງໜ້າທີ່ວຽກງານໃນກອງທັບ ແລະ ຫຼັກສູດການຮຽນ-ການສອນແມ່ນຖືເອົານັກຮຽນເປັນໃຈກາງ ໂດຍເລັ່ງໃສ່ເຮັດໃຫ້ນັກສຶກສາ ມີສ່ວນຮ່ວມຫຼາຍ
ຂຶ້ນ ຕິດພັນກັບຂໍ້ມູນຂ່າວສານ, ມີຄວາມເຂົ້າໃຈກໍາແໜ້ນເຕັກນິກ ວິຊາສະເພາະ ແລະ ຮູ້ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ເຂົ້າໃນສະພາບວຽກງານຕົວຈິງ
ຢູ່ກົມກອງ ໃຫ້ໄດ້ຮັບຜົນສູງ. ໂອກາດນີ້, ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກສະຫາຍປະທານ ຕື່ມອີກ.
ແຫຼ່ງຂ່າວໂດຍ ໄຂຄຳ ພົມມະສານ
ວັນທີ 17/09/2026