ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂອນ-ມອບ ພະແນກກວດສອບ-ຄຸ້ມຄອງບັນຊີ ໄປໃຫ້ກົມກວດກາ
ກະຊວງປ້ອງກັນປະເທດ


ພິທີ ໂອນ-ມອບ ພະແນກກວດສອບ-ຄຸ້ມຄອງບັນຊີ ຫ້ອງການ ກົມໃຫຍ່ພະລາທິການກອງທັບ
ໄປໃຫ້ ກົມກວດກາ ກະຊວງປ້ອງກັນປະເທດ ​ໃນວັນທີ 16 ພະຈິກ 2026

     ວັນທີ 16 ພະຈິກ 2026 ນີ້, ຢູ່ທີ່ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີ ໂອນ-ມອບ ພະແນກກວດສອບ-ຄຸ້ມຄອງບັນຊີ ຫ້ອງການ ກົມໃຫຍ່ພະລາທິ
ການກອງທັບ ໄປໃຫ້ ກົມກວດກາ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່
ການເມືອງກອງທັບ ແລະ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກົມກວດກາ, ພະແນກທີ່ກ່ຽວຂ້ອງ ແລະ ແຂກຖືກ
ເຊີນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນເພັງ ເທບພາພອນ ຮອງຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັບປະເທດ ວ່າດ້ວຍ
ການ ໂອນ-ມອບ ພະແນກກວດສອບ-ຄຸ້ມຄອງບັນຊີ ຫ້ອງການ ກົມໃຫຍ່ພະລາທິການກອງທັບ ໄປຂຶ້ນກັບ ກົມກວດກາ ກະຊວງປ້ອງກັນປະເທດ ໃນນີ້, ໂອນ
ທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ພະແນກກວດສອບ-ຄຸ້ມຄອງບັນຊີ ຈາກຫ້ອງການ ກົມໃຫຍ່ພະລາທິການກອງທັບ ໄປຂຶ້ນກັບ ກົມກວດກາ ກະຊວງ
ປ້ອງກັນປະເທດ, ສ່ວນພະນັກງານ, ວິຊາການ ພະແນກກວດສອບ-ຄຸ້ມຄອງບັນຊີ ແມ່ນມອບໃຫ້ກົມໃຫຍ່ພະລາທິການກອງທັບ ແລະ ກົມກວດກາ ສົມທົບ,
ເອກະພາບ, ຄົ້ນຄວ້າ ແລະ ຄັດເລືອກ ໃຫ້ແທດເໝາະກັບວຽກງານຕົວຈິງ.

     ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ກ່າວວ່າ: ການໂອນ-ມອບ ພະແນກກວດສອບ-ຄຸ້ມຄອງບັນຊີ ໄປໃຫ້ ກົມກວດກາ ກະຊວງປ້ອງກັນ
ປະເທດ ເປັນການປະຕິບັດຕາມທິດຊີ້ນໍາ ການປັບປຸງກົງຈັກການຈັດຕັ້ງ ສົກປີ 2026-2030 ຂອງກະຊວງປ້ອງກັນປະເທດ ໃນການເຮັດໃຫ້ກະທັດຮັດ, ຖືກກັບ
ໜ້າທີ່ພາລະບົດບາດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່, ເຊິ່ງວຽກງານກວດກາ ແລະ ກວດສອບ ເປັນວຽກດຽວ
ກັນ ຕ່າງແຕ່ພາລະບົດບາດ. ສະນັ້ນ, ຄະນະພັກ ກະຊວງປ້ອງກັນປະເທດ ຈຶ່ງໄດ້ຄົ້ນຄວ້າເຫັນດີຍົກຍ້າຍວຽກງານກວດສອບໄປຂຶ້ນກັບ ກົມກວດກາ ເພື່ອຕິດຕາມ
ກວດສອບບັນຫາຕ່າງໆ ຕາມການຊີ້ນໍາຂອງຂັ້ນເທິງໃຫ້ສະດວກວ່ອງໄວ ຂຶ້ນຕື່ມ.

ແຫຼ່ງຂ່າວໂດຍ ນ. ໜູແດງ
ວັນທີ 18/11/2026