
ກົມໃຫຍ່ການເມືອງກອງທັບ ປະກາດການອະນຸມັດ ໃຫ້ນາຍທະຫານຂັ້ນສູງ
ພັກການ ຮັບບໍານານ

ພິທີປະກາດການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການຮັບບໍານານໃນ ວັນທີ 19 ຕຸລາ 2026
ວັນທີ 19 ຕຸລາ 2026 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການ ຮັບບໍານານ, ໂດຍການເປັນປະທານ
ຂອງສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ
ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການ ຮັບບໍານານ ຈໍານວນ 2 ສະຫາຍ ຄື: ສະຫາຍ ພັນເອກ ຄຳປານ ໂພສີຄຳ ຮອງຫົວໜ້າຫ້ອງການບໍລິຫານ ກົມ
ໃຫຍ່ການເມືອງກອງທັບ ແລະ ສະຫາຍ ພັນເອກ ວິລະໄຊ ສົມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ. ໂອກາດນີ້, ສະຫາຍ ພົນຕີ
ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດ
ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືປະກອບສ່ວນເຂົ້າໃນການປັບປຸງຄ້າຍຄູ-ກໍ່ສ້າງກົມກອງ ໃນໄລຍະຜ່ານມາ ພ້ອມທັງ, ຮຽກຮ້ອງໃຫ້ບັນ
ດາສະຫາຍ ສືບຕໍ່ນໍາພາ-ຊີ້ນໍາ ສຶກສາອົບຮົມລູກຫຼານ ປະຕິບັດລະບຽບກົດໝາຍ ຂອງບ້ານເມືອງ, ເຂົ້າຮ່ວມທຸກການເຄື່ອນໄຫວຢູ່ຮາກຖານ ເຮັດໃຫ້ຮາກຖານ
ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ເປັນຫຼັກແຫຼ່ງຊຸກຍູ້ໃຫ້ເຂົາເຈົ້າ ເປັນເຈົ້າການປະກອບສ່ວນເຮັດວຽກງານປ້ອງກັນຊາດປ້ອງກັນ-ຄວາມສະ
ຫງົບຢ່າງແຂງແຮງ, ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ພອນໄຊ ພອນສະຫວັນ
ວັນທີ 20/10/2026