
ກົມໃຫຍ່ເຕັກນິກກອງທັບ ປະກາດອະນຸມັດໃຫ້ນາຍທະຫານ ພັກການ
ຮັບບຳນານ

ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ
ເປັນປະທານ ຄັ້ງວັນທີ 19/10/2026
ວັນທີ 19 ຕຸລາ 2026 ນີ້, ຢູ່ທີ່ ສາງອາໄຫຼ່ລົດ ວ.1 ກົມໃຫຍ່ເຕັກນິກກອງທັບ ໄດ້ປະກາດອະນຸມັດໃຫ້ນາຍທະຫານ ຢູ່ສາງອາໄຫຼ່ລົດ ວ.1 ພັກການຮັບ
ບຳນານ ແລະ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກພະລາທິການ ສາງກົນຈັກ 2 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳ
ມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກກົມໃຫຍ່, ຄະນະກົມຄຸ້ມຄອງລົດ-ເຮືອ, ຄະນະພັກ-ຄະ
ນະບັນຊາ, ພະແນກການ, ຂະແໜງການ ຂອງສາງອາໄຫຼ່ລົດ ວ.1 ແລະ ສາງກົນຈັກ 2 ເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງທອງ ພັດທະສິດ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການ
ອະນຸມັດໃຫ້ນາຍທະຫານ ຢູ່ສາງອາໄຫຼ່ລົດ ວ.1 ກົມໃຫຍ່ເຕັກນິກກອງທັບ ພັກການ ຮັບບໍານານ ຈຳນວນ 4 ສະຫາຍຄື: ສະຫາຍ ພັນໂທ ພັນລາວົງ ວົງມີໄຊ
ຮອງຮັບຜິດຊອບວຽກງານການເມືອງ, ຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ສາຍບົວ ປັນຍາທອງ ຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ
ພັນໂທ ເສີມ ໄຊຍະສອນ ຮັບຜິດຊອບວຽກງານພະລາທິການ, ຫົວໜ້າພະແນກພະລາທິການ, ສະຫາຍ ພັນໂທ ນາງ ສິມມະລີ ວິດາຈິດ ຫົວໜ້າຂະແໜງອຸ
ປະໂພກ-ບໍລິໂພກ ແລະ ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກພະລາທິການ ສາງກົນຈັກ 2 ໃນນັ້ນ, ແຕ່ງ
ຕັ້ງ ສະຫາຍ ພັນໂທ ສາງຄຳ ພິມມະສອນ ເປັນຮອງຫົວໜ້າພະແນກພະລາທິການ ສາງກົນຈັກ 2.
ໂອກາດນີ້, ສະຫາຍ ປະທານ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບນະໂຍບາຍ ພັກການ ຮັບບໍານານ ຮັກສາມູນເຊື້ອ, ຄຸນງາມຄວາມດີຂອງຕົນ, ເປັນແບບຢ່າງທີ່ດີ
ໃນການປະຕິບັດແນວທາງນະໂຍບາຍຂອງພັກ ກໍຄືຂໍ້ກໍານົດ, ລະບຽບ, ກົດໝາຍຂອງລັດ ວາງອອກໃຫ້ຖືກຕ້ອງ, ມີຄວາມສາມັກຄີ ກັບ ອໍານາດການປົກຄອງ
ທ້ອງຖິ່ນ, ສືບຕໍ່ສຶກສາອົບຮົມລູກຫຼານໃຫ້ເປັນຄົນຮູ້ຜູ້ດີ ແລະ ເປັນຜູ້ສືບທອດໃນອະນາຄົດ. ສ່ວນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນ
ເອງຮອບດ້ານ ເປັນຕົ້ນແມ່ນ
ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງນຳໜ້າທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ປະຕິ
ບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດຈະແຈ້ງ, ສ້າງຄວາມສາມັກຄີໃນໝູ່ຄະນະໃຫ້
ເປັນປຶກແຜ່ນແໜ້ນໜາ ສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ແຫຼ່ງຂ່າວໂດຍ ກີ້
ວັນທີ 21/10/2026