
ປິດໂຄງການຄົ້ນຄວ້າ ຍຸດທະສາດປັບປຸງກໍ່ສ້າງ ກຳລັງປະກອບອາວຸດ
ທ້ອງຖິ່ນແຂວງບໍລິຄຳໄຊ ໃນໄລຍະໃໝ່

ພິທີ ປິດໂຄງການຄົ້ນຄວ້າ ຂອງຫ້ອງຍຸດທະສາດ ໃນຫົວຂໍ້: “ຍຸດທະສາດ ປັບປຸງກໍ່ສ້າງກຳລັງອາວຸດທ້ອງຖິ່ນແຂວງບໍລິຄໍາໄຊ ໃນໄລຍະໃໝ່”
ວັນທີ 16 ກໍລະກົດ 2026 ນີ້, ຫ້ອງຍຸດທະສາດ ການທະຫານ ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ຈັດພິທີ
ປິດໂຄງການຄົ້ນຄວ້າ ຂອງຫ້ອງຍຸດທະສາດ ໃນຫົວຂໍ້: “ຍຸດທະສາດ ປັບປຸງກໍ່ສ້າງ ກຳລັງປະກອບອາວຸດທ້ອງຖິ່ນແຂວງບໍລິຄໍາໄຊ ໃນໄລຍະ
ໃໝ່” ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະ
ບັນຊາ, ມີສະມາຊິກສະພາວິທະຍາສາດ, ຫົວໜ້າຫ້ອງ, ພະແນກ ຕະຫຼອດຮອດພະນັກງານ-ນັກຮົບ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສັນຕິ ດວງພົມມີ ຫົວໜ້າຫ້ອງຍຸດທະສາດ ການທະຫານ ໄດ້ຜ່ານບົດສະຫຼຸບໂຄງການຄົ້ນຄວ້າໃນຫົວຂໍ້ “ຍຸດທະສາດ
ປັບປຸງກໍ່ສ້າງ ກຳລັງປະກອບອາວຸດທ້ອງຖິ່ນແຂວງບໍລິຄໍາໄຊ ໃນໄລຍະໃໝ່” ໂດຍອີງຕາມ ຜົນສຳເລັດ ຂອງການດຳເນີນວຽກງານຄົ້ນຄວ້າຍຸດ
ທະສາດການທະຫານ ສົກປີ 2022-2023 ໄດ້ສຳເລັດຈຳນວນ 1 ໂຄງການ, ອີງຕາມ ທິດຊີ້ນຳ ຂອງຫົວໜ້າກົມ ວສ-ປສ ການທະຫານ
ເຫັນດີໃຫ້ ຫ້ອງຍຸດທະສາດ ການທະຫານ ຈັດຕັ້ງດຳເນີນ ປິດໂຄງການ ຄົ້ນຄວ້າຍຸດທະສາດ ແລະ ມອບບັນດາຜະລິດຕະພັນ ຈາກການຄົ້ນ
ຄວ້າ ເພື່ອໄປນຳໃຊ້ໃຫ້ເກີດຜົນ, ບົດຄົ້ນຄວ້າປະກອບມີ 3 ພາກ, 35 ໜ້າ, ພາກ ທີ l ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບ
ການຈັດຕັ້ງກໍາລັງປະກອບອາວຸດທ້ອງຖິ່ນແຂວງບໍລິຄຳໄຊ ໃນໄລຍະໃໝ່, ພາກ ll ເນື້ອໃນພື້ນຖານກ່ຽວກັບການປັບປຸງກໍ່ສ້າງກຳລັງປະກອບ
ອາວຸດທ້ອງຖິ່ນແຂວງບໍລິຄຳໄຊ ໃນໄລຍະໃໝ່, ພາກທີ lll ບາງວິທີການ ເພື່ອຍົກສູງປະສິດທິພາບໃນການປັບປຸງກໍ່ສ້າງກໍາລັງປະກອບອາວຸດ
ທ້ອງຖິ່ນແຂວງບໍລິຄຳໄຊ ໃນໄລຍະໃໝ່; ຂໍ້ສະດວກ ໂຄງການໄດ້ຮັບການອະນຸມັດຈາກກະຊວງຊີ້ນຳໄປຕາມແຕ່ລະໄລຍະ ແລະ ມີການເອົາ
ໃຈໃສ່ ຂອງຄະນະຫ້ອງ ແລະ ວິຊາການຜູ້ທີ່ມີປະສົບການແລະ ຊ່ຽວຊານຊ່ວຍ, ສ່ວນຂໍ້ຫຍຸ້ງຍາກແມ່ນບັນຫາງົບປະມານບໍ່ໄດ້ຕາມແຜນການ
ວາງໄວ້, ການເກັບກຳຂໍ້ມູນຫຼາຍລົບຫຼາຍຕ່າວ ແລະ ເຄື່ອງຮັບໃຊ້ບໍ່ພຽງພໍ; ສະຫຼຸບສັງລວມບາງບົດຮຽນທີ່ຖອດຖອນໄດ້ ໂຄງການດັ່ງກ່າວ
ແມ່ນຜົນງານ ຂອງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ຜູ້ຊີ້ນຳໂຄງການ ໂດຍສະເພາະຫ້ອງຍຸດທະສາດ ການທະຫານ ທີ່ໄດ້ອອກ
ແຮງຄົ້ນຄວ້າທ້ອນໂຮມ ແລະ ດຳເນີນການຂຽນຕົວຈິງ ຜ່ານການຈັດຕັ້ງປະຕິບັດນັບແຕ່ປີ 2022 ເປັນຕົ້ນມາເຖິງປັດຈຸບັນສາມາດເຮັດສຳເລັດ
ໃນການກຳນົດໂຄງຮ່າງ ຂອງບົດສ້າງແຜນການດຳເນີນເກັບກຳຂໍ້ມູນຈາກພື້ນຖານ, ຈາກເອກະສານຕົວຈິງ ດຳເນີນການຂຽນ ພ້ອມທັງນຳບົດ
ມາຜ່ານສະພາຂັ້ນກົມ ແລະ ຂັ້ນເທິງຊ່ວຍປັບປຸງ ແລະ ເຂົ້າໂຮງພິມຈົນສຳເລັດຢ່າງເປັນທາງການ.
ໃນນາມຜູ້ຊີ້ນຳໂຄງການຢືນຢັນວ່າ: ໂຄງການດັ່ງກ່າວ ມີເນື້ອໃນອຸດົມສົມບູນສົມຄວນສາມາດໝູນໃຊ້ເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ຂຽນ
ບົດນິພົນຂອງນັກສຶກສາ, ໝູນໃຊ້ເຂົ້າໃນການຫັດແອບກຽມພ້ອມສູ້ຮົບ ແລະ ສູ້ຮົບຂອງບັນດາກົມກອງ, ໂຮງຮຽນໃນກອງທັບ ອີກຢ່າງຍັງເປັນ
ຂໍ້ມູນປະກອບສ່ວນປະຫວັດສາດໃຫ້ນັກຮຽນ-ນັກສຶກສາຄົນຮຸ່ນໃໝ່ ສາມາດນຳເອົາໄປເປັນຂໍ້ມູນປະກອບເຂົ້າໃນການຄົ້ນຄວ້າຮໍ່າຮຽນວຽກງານ
ປະຫວັດສາດໃຫ້ຖືກຕ້ອງຕາມຄວາມເປັນຈິງ ຕື່ມອີກ. ໂອກາດນີ້, ໃນພິທີ ໄດ້ມີການເຊັນບົດບັນທຶກການ ມອບ-ຮັບ ຢ່າງເປັນທາງການ ລະ
ຫວ່າງ ພັນໂທ ສັນຕິ ດວງພົມມີ ແລະ ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ພ້ອມທັງ, ຮັບຟັງການໂອ້ລົມ ຂອງສະຫາຍ ປະທານ ຕື່ມອີກ.
ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 22/07/2026