ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກ ຫ້ອງການສະຫະພັນແມ່ຍິງກອງທັບ
ຮັບສະມາຊິກສຳຮອງ ເລື່ອນເປັນສະມາຊິກພັກສົມບູນ


ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານພັກກະຊວງ,
ຄະນະພັກກົມໃຫຍ່ການເມືອງກອງທັບ, ເລຂາໜ່ວຍພັກ ຫ້ອງການສະຫະພັນແມ່ຍິງກອງທັບ ​ເປັນ​ປະທານ

    ໃນຕອນແລງວັນທີ 21 ເມສາ 2026 ນີ້, ໜ່ວຍພັກ ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຈັດພິທີຮັບເອົາສະມາຊິກພັກສຳຮອງ
ເລື່ອນເປັນສະມາຊິກພັກສົມບູນ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານ
ງານພັກກະຊວງ, ຄະນະພັກກົມໃຫຍ່ການເມືອງກອງທັບ, ເລຂາໜ່ວຍພັກ ຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ ແລະ ສະມາ
ຊິກພັກ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການ
ອະນຸມັດສະມາຊິກພັກສໍາຮອງ ເລື່ອນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິ ວັດລາວ ຢ່າງເປັນທາງການ ຈຳນວນ 01 ສະຫາຍ,
ຄືສະຫາຍ ຮ້ອຍໂທ ນາງ ມຸກດາວີ ສີສຸວັນນະ ຊ່ວຍວຽກພະແນກພັດທະນາ-ປົກປ້ອງສິດຜົນປະໂຫຍດແມ່ຍິງ ແລະ ເດັກນ້ອຍ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ໂອ້ລົມ ແລະ ຕີລາຄາສູງຕໍ່ໜ່ວຍພັກ ໃນການຍົກສູງບົດບາດການນຳ
ພາຂອງພັກ ໃຫ້ເຂັ້ມແຂງ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກເປັນປົກກະຕິ ແລະ ຮຽກ
ຮ້ອງມາຍັງສະມາຊິກພັກສົມບູນ ສືບຕໍ່ຊ່ວຍກໍ່ສ້າງສຶກສາອົບຮົມມະຫາຊົນທີ່ກ້າວໜ້າ ເພື່ອເຂົ້າເປັນສະມາຊິກພັກເພີ່ມຂຶ້ນ ທັງປະລິມານ
ແລະ ຄຸນນະພາບ.

ແຫຼ່ງຂ່າວໂດຍ ຈາກຫ້ອງການສະຫະພັນແມ່ຍິງກອງທັບ
ວັນທີ 23/04/2026