
ກອງປະຊຸມ ຄະນະບໍລິຫານງານພັກ ກອງພົນທີ 3 ປະຈໍາໄຕມາດ 2 ປີ 2026

ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ເລຂາຄະນະພັກ,
ຫົວໜ້າການເມືອງ ກອງພົນທີ 3 ເປັນປະທານກອງປະຊຸມ ຄັ້ງວັນທີ 15-16/07/2026
ໃນລະຫວ່າງວັນທີ 15-16 ກໍລະກົດ 2026 ນີ້, ກອງພົນທີ 3 ໄດ້ເປີດກອງປະຊຸມ ການນໍາພາ ຮອບດ້ານ ຂອງຄະນະບໍລິຫານງານພັກ
ກອງພົນ 3 ປະຈໍາໄຕມາດ 2 ແລະ ທິດທາງແຜນການນໍາພາ ປະຈໍາໄຕມາດ 3 ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະ
ວາ ສາຍທອງ ປີຊາຈັນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທີ 3, ສະຫາຍ ພັນ
ເອກ ສຸກສະຫວັດ ດາລາສຸກ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ແລະ
ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ໄດ້ຜ່ານບົດສະຫຼຸບການນໍາພາຮອບດ້ານ ຂອງຄະນະພັກ ກອງພົນທີ 3 ປະຈໍາໄຕມາດ 2 ປີ
2026 ຍົກໃຫ້ເຫັນເຖິງສະພາບການຂອງໂລກ, ພາກພື້ນ ແລະ ສະພາບການພາຍໃນປະທດ ເວົ້າລວມ, ເວົ້າສະເພາະ ສະພາບຂອບເຂດກອງ
ພົນຮັບຜິດຊອບເຊັ່ນ: ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້, ຈຸດດີ, ຈຸດອ່ອນ ແລະ ການຕີລາຄາການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ຂອງ
ຄະນະພັກ ກອງພົນທີ 3 ໃນໄຕມາດຜ່ານມາ. ຜົນສໍາເລັດໃນການນໍາພາ-ຊີ້ນໍາ ບັນດາວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງ
ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ຫຼາຍດ້ານ ເປັນຕົ້ນ ວຽກງານປັບປຸງກໍ່ສ້າງກໍາລັງ ຊີ້ນໍາອົງການ ການເມືອງຈັດຕັ້ງເຊື່ອມຊຶມເອກະ
ສານສຶກສາອົບຮົມການເມືອງ-ນໍາພາແນວຄິດໄລຍະໃໝ່, ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ຂອງລັດ, ຂອງ
ກອງທັບ, ມູນເຊື້ອປະຫວັດສາດສໍາຄັນຕ່າງໆ ເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ-ນັກຮົບ ຢູ່ອົງການ-ກົມກອງ ມີແນວຄິດການເມືອງ
ໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຕັດສິນໃຈສູງຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ວຽກ
ງານປັບປຸງກໍ່ສ້າງພັກ ນໍາພາ-ຊີ້ນໍາ ບັນດາຮາກຖານພັກສຸມໃສ່ປັບປຸງພັກ ຕາມ 3 ທິດນໍາ 5 ຫຼັກການ ຖືເອົາຄຸນນະພາບເປັນກົກ, ປະລິມານ
ເປັນສໍາຄັນ, ສຸມໃສ່ປັບປຸງກໍ່ສ້າງພັກໃນ 4 ດ້ານຄື: ການເມືອງ-ແນວຄິດ, ການຈັດຕັ້ງແບບແຜນການນໍາພາ ແລະ ວິທີເຮັດວຽກ, ຍຶດໝັ້ນໃນ
ຫຼັກການ
ລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ວຽກງານກໍ່ສ້າງຮາກຖານການເມືອງໄດ້ຊີ້ນໍາກອງຮ້ອຍປະຕິບັດງານ 205 ຫັນເອົາກໍາລັງລົງກໍ່
ສ້າງຮາກຖານການເມືອງ ທາງກວ້າງ ແລະ ທາງເລິກ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ, ປະຕິບັດ 4 ເນື້ອໃນ 4 ຄາດໝາຍ
ຢູ່ເມືອງຄອບ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຕາມການມອບໝາຍຂອງຂັ້ນເທິງ ນອກນັ້ນ, ຍັງໄດ້ຊີ້ນຳບັນດາກົມກອງຈັດຕັ້ງດຳເນີນຊີ
ວິດການເມືອງປັບປຸງປົວແປງພັກ, ພະນັກງານ, ສະມາຊິກພັກ ແລະ ຊີ້ນໍາວຽກງານຍຸຕິທໍາ. ພ້ອມນີ້, ຍັງຜ່ານບົດທິດທາງແຜນການນໍາພາ ປະ
ຈໍາໄຕມາດ 3 ປີ 2026 ທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ຕື່ມອີກ.
ແຫຼ່ງຂ່າວ ໂດຍ ຄໍາຜຸຍ ສີວິໄລ
ວັນທີ 23/07/2026