
ກອງປະຊຸມ ຄະນະບໍລິຫານງານພັກ ກອງພົນທີ 3 ຄັ້ງທີ VII ສະໄໝທີ VII
ປະຈໍາໄຕມາດ III ປີ 2026

ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ,
ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 3 ເປັນປະທານໃນວັນທີ 22 ກັນຍາ 2026
ວັນທີ 22 ກັນຍາ 2026 ນີ້, ຄະນະບໍລິຫານງານພັກ ກອງພົນທີ 3 ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ VII ສະໄໝທີ VII ປະຈໍາໄຕມາດ III
ແລະ ວາງທິດທາງແຜນການ ປະຈໍາໄຕມາດ IV ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍາມະການຄະນະພັກກະຊວງ
ປ້ອງກັນປະເທດ, ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 3, ມີ ສະຫາຍ ພົນຈັດຕະວາ ສຸກສະຫວັດ ດາລາສຸກ ຮອງເລຂາຄະນະພັກ, ຫົວໜ້າການທະຫານ
ກອງພົນທີ3 ພ້ອມດ້ວຍຄະນະພັກກອງພົນ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສຸກສະຫວັດ ດາລາສຸກ ໄດ້ຜ່ານບົດສະຫຼຸບການນໍາພາຮອບດ້ານ ຂອງຄະນະພັກກອງພົນທີ 3 ຄັ້ງທີ VII ສະໄໝທີ VII ປະຈໍາໄຕມາດ III
ແລະ ທິດທາງແຜນການ ປະຈໍາໄຕມາດ IV ປີ 2026, ເຊິ່ງໄດ້ຍົກໃຫ້ເຫັນ ຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ
ວຽກງານດ້ານຕ່າງໆ ຂອງຄະນະພັກກອງພົນທີ 3 ໃນໄຕມາດຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງ
ອອກ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງານພະລາທິການ-ເຕັກນິກ,
ການພົວພັນທ້ອງຖິ່ນ ແລະ ຮ່ວມມືສາກົນ.
ຈາກນັ້ນ, ບັນດາສະຫາຍ ໃນຄະນະບໍລິຫານງານພັກ ໄດ້ພ້ອມກັນປະກອບຄໍາເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເຮັດໃຫ້ການນຳພາ ຂອງພັກແຕ່
ລະຂັ້ນ ມີຄວາມຮັບປະກັນທາງດ້ານຄຸນນະພາບ, ຖືກຕ້ອງຕາມຫຼັກການຂອງພັກ, ເຮັດໃຫ້ຮາກຖານພັກ ມີຄວາມປອດໃສ ໜັກແໜ້ນ ເຂັ້ມແຂງ, ເປັນແກ່ນນຳໃນ
ການນຳພາ-ບັນຊາ ໃນທຸກຂົງເຂດວຽກງານ ຂອງກົມກອງ ໃຫ້ມີຄວາມໜັກແໜ້ນເຂັ້້ມແຂງ ແລະ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ຄໍາຜຸຍ ສີວິໄລ
ວັນທີ 23/09/2026