ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຊຸກຍູ້ວຽກງານ
ຢູ່ກອງລ້ຽງສັດໃຫຍ່ເລກ 7 ກອງທັບ


ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານບັນຊາ-ນໍາພາ ແລະ
ວຽກງານວິຊາສະເພາະການຜະລິດ ຢູ່ກອງລ້ຽງສັດໃຫຍ່ ເລກ 7 ກອງທັບ ​ໃນວັນທີ 19 ພະຈິກ 2026 ນີ້

     ວັນທີ 19 ພະຈິກ 2026 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່
ພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານບັນຊາ-ນໍາພາ ແລະ ວຽກງານວິຊາສະເພາະການຜະລິດ ຢູ່ກອງລ້ຽງສັດໃຫຍ່ ເລກ 7
ກອງທັບ, ໂດຍມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ໃຫ້ກຽດຕ້ອນຮັບ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກົມກອງ ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-
ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເປັນກົກ, ສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານການເມືອງຂອງກົມກອງ, ຄົ້ນຄວ້າ, ເຊື່ອມຊຶມ, ຈັດຕັ້ງຜັນຂະຫຍາຍ
ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ
ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ພະລາທິການກອງທັບ ໃຫ້ເຂົ້າສູ່ລວງເລິກໃນວຽກງານດ້ານຕ່າງໆ ໃຫ້ປະກົດຜົນເປັນຈິງ,
ເປັນເສນາທິການທາງດ້ານວຽກງານຜະລິດກະສິກຳໃຫ້ແກ່ກົມໃຫຍ່ພະລາທິການກອງທັບ ກໍຄືກະຊວງປ້ອງກັນປະເທດ, ຈັດຕັ້ງຜັນຂະຫຍາຍດໍາເນີນວຽກງານ
ຜະລິດກະສິກຳ ແລະ ຊີ້ນໍາວຽກງານວິຊາສະເພາະໄດ້ເປັນຢ່າງດີ, ປັບປຸງ, ຟື້ນຟູບູລະນະພື້ນຖານການຜະລິດໄປຕາມທິດຊີ້ນໍາ ຂອງຂັ້ນເທິງວາງອອກ ໂດຍແນໃສ່
ສ້າງພະລາທິການກັບທີ່, ສ້າງລາຍຮັບສ່ວນໜຶ່ງເຂົ້າກົມກອງ ເພື່ອເປັນການເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະສານສົມທົບໃຫ້ລະ
ອຽດກັບບັນດາກົມກອງທີ່ມີການພົວພັນປະຕິບັດບັນດາໜ້າວຽກຮັບປະກັນໃຫ້ການຜະລິດກະສິກຳຂອງກົມກອງ, ຄຸ້ມຄອງໃຫ້ຖືກລະບຽບ, ກົດໝາຍຂອງລັດ
ແລະ ຂໍ້ກໍານົດ, ກົດລະບຽບຂອງກອງທັບ ວາງອອກຢ່າງເຂັ້ມງວດ, ພ້ອມກັນສືບຕໍ່ເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະຕາມການຈັດຕັ້ງຂັ້ນເທິງມອບໃຫ້
ຢ່າງຈົບງາມຕະຫຼອດໄປ.

     ພ້ອມນີ້, ຍັງໄດ້ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງກົມໃຫຍ່ພະລາທິການກອງທັບ ແລະ ເຄື່ອງບໍລິໂພກໃຫ້ແກ່ພະນັກງານ-ນັກຮົບ ເພື່ອເປັນການຍ້ອງຍໍ
ຊົມເຊີຍຜົນງານຕະຫຼອດໄລຍະຜ່ານມາ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 23/11/2026