ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດເຝິກອົບຮົມໄລຍະສັ້ນ ວຽກງານປະດິດແຕ່ງສິລະປະດົນຕີ ທົ່ວກອງທັບ ຄັ້ງທີ lll


ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ເປັນປະທານ ຄັ້ງວັນທີ 21/08/2026

     ວັນທີ 21 ສິງຫາ 2026 ນີ້, ທີ່ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ປິດຊຸດເຝິກອົບຮົມໄລຍະສັ້ນ ວຽກງານປະດິດແຕ່ງສິລະ
ປະດົນຕີ ທົ່ວກອງທັບ ຄັ້ງທີ lll, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວ
ໜ້າກົມໃຫຍ່
ການເມືອງກອງທັບ, ມີຄະນະນຳກົມໃຫຍ່ການເມືອງກອງທັບ, ພະນັກງານວິຊາການ, ຄູ-ອາຈານ, ແຂກຖືກເຊີນ ແລະ ນັກເຝິກອົບຮົມ ເຂົ້າ
ຮ່ວມ.

     ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດ
ລາຍງານການ ເຝິກອົບຮົມໄລຍະສັ້ນ ວຽກງານປະດິດແຕ່ງສິລະປະດົນຕີ ທົ່ວກອງທັບ ຄັ້ງທີ lll ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່
ຖອດຖອນໄດ້. ຜ່ານການເຝິກອົບຮົມ ສາມາດຕີລາຄາຜົນໄດ້ຮັບ ດັ່ງນີ້: ວິຊາທິດສະດີໂຊນແຟ ໄດ້ຄະແນະດີເລີດ 17 ສະຫາຍ ກວມເອົາ 17,30%, ດີ 80
ສະຫາຍ ກວມເອົາ 64,05%, ກາງ 27 ສະຫາຍ ກວມເອົາ 21,77%; ວິຊາສະເພາະ ດີເລີດ 20 ສະຫາຍ ກວມເອົາ 16,12%, ດີ 54 ສະຫາຍ ກວມເອົາ
43,54%, ກາງ 60 ສະຫາຍ ກວມເອົາ 48,38%. ຈາກນັ້ນ, ໄດ້ມອບໃບຢັ້ງຢືນການເຝິກອົບຮົມໄລຍະສັ້ນ ວຽກງານສິລະປະດົນຕີ ທົ່ວກອງທັບ ຄັ້ງທີ lll
ໃຫ້ນັກເຝິກອົບຮົມ ຈຳນວນ 124 ສະຫາຍ. ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ເນັ້ນໜັກຫຼາຍບັນຫາ ເພື່ອເປັນເຂັ້ມຊີ້ທິດເຍືອງທາງໃຫ້
ນັກເຝິກອົບຮົມໃນຄັ້ງນີ້ນຳໄປໃຊ້ ແລະ ເສີມຂະຫຍາຍບັ້ນເຝິກອົບຮົມຄັ້ງນີ້ໃຫ້ປະກົດຜົນເປັນຈິງ ຢູ່ກົມກອງຂອງຕົນເອງ.

ແຫຼ່ງຂ່າວໂດຍ ວັນນະລັກ ວົງພົມ
ວັນທີ 24/08/2026