ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຊຸດອົບຮົມວຽກງານສິ່ງແວດລ້ອມ ການທະຫານທົ່ວກອງ
ບັນຊາການທະຫານແຂວງບໍລິຄໍາໄຊ


     ວັນທີ 24 ສິງຫາ 2026 ນີ້, ທີ່ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ມີພິທີ ເປີດຊຸດອົບຮົມວຽກງານສິ່ງແວດລ້ອມ ການທະຫານ ທົ່ວກອງບັນ
ຊາການທະຫານແຂວງບໍລິຄໍາໄຊ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຮອງຫົວໜ້າກົມ ວສ-ປສ ການທະ
ຫານ ແລະ ສະຫາຍ ພົນຈັດຕະວາ ຈັນນີ ສີສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະບັນຊາ, ຕາງໜ້າຈາກກົມ
ກ່ຽວຂ້ອງ, ຄູ-ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ພະແນກການກ່ຽວຂ້ອງ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.

     ການເປິດຊຸດອົບຮົມ ໃນຄັ້ງນີ້, ເພື່ອຍົກສູງຄວາມຮູ້, ຄວາມເຂົ້າໃຈ ແລະ ເພີ່ມພູນທັກສະໃຫ້ແກ່ກຳລັງປະກອບອາວຸດ ເຂົ້າໃນການຄຸ້ມຄອງ, ປົກປັກຮັກ
ສາ ແລະ ຟື້ນຟູສິ່ງແວດລ້ອມ ໃນເຂດກົມກອງ ແລະ ພື້ນທີ່ຮັບຜິດຊອບການທະຫານ. ເຊິ່ງມີກຳນົດເວລາທັງໝົດ 5 ວັນ (ແຕ່ວັນທີ 24-28 ສິງຫາ 2026)
ໃນນັ້ນ, ຈະໄດ້ຂຶ້ນຫ້ອງຮຽນທິດສະດີ 3 ວັນ, ລົງພາກປະຕິບັດຕົວຈິງ 1 ວັນ, ສະຫຼຸບປະເມີນຜົນການເຝິກອົບຮົມ ແລະ ປິດຊຸດອົບຮົມ 1 ວັນ ລວມທັງໝົດ
40 ຊົ່ວໂມງ, ມີນັກເຝິກອົບຮົມທັງໝົດ 46 ສະຫາຍ, ເນື້ອໃນຂອງການອົບຮົມ ຈະເນັ້ນໃສ່ການເຊື່ອມຊຶມນິຕິກຳ, ຫຼັກການ ແລະ ວິທີການຈັດຕັ້ງປະຕິບັດ
ວຽກງານສິ່ງແວດລ້ອມການທະຫານ ໃນໄລຍະໃໝ່ ເພື່ອຮັບປະກັນໃຫ້ກົມກອງ ມີຄວາມສະອາດ, ມີສະພາບແວດລ້ອມທີ່ດີ ແລະ ສາມາດນໍາໃຊ້ຊັບພະຍາ
ກອນທຳມະຊາດ ຢ່າງມີປະສິດທິພາບ ແລະ ຍືນຍົງ.

ແຫຼ່ງຂ່າວໂດຍ ພອນໄຊ ແສງສະຫວັນ
ວັນທີ 25/08/2026